ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດແຕ່ງຕັ້ງຕ່າງປະເທດ ຈໍານວນ 9 ທ່ານ ໃນມື້ວານນີ້ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ.
ທູດແຕ່ງຕັ້ງຕ່າງປະເທດ ຈໍານວນ 9 ທ່ານດັ່ງກ່າວມີທ່ານ ນາງ ເຈີໄມມາ ກໍດອນ-ດາຟ (H.E. Ms. Jemima GORDON-DUFF) ເອກອັກຄະຣາຊະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ປະຈຳ ສປປ ລາວ, ມີສຳນັກງານການທູດ ຕັ້ງຢູ່ນະຄອນຫຼວງວຽງຈັນ;








ທ່ານ ລີ ຈອງ ຮັອບ (H.E. Mr. LEE Jeong Hyop) ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ເກົາຫຼີ ປະຈຳ ສປປ ລາວ, ມີສຳນັກງານການທູດ ຕັ້ງຢູ່ ນະຄອນຫຼວງວຽງຈັນ;
ທ່ານ ນາງ ນໍຣລີ ມູອັດຊາ ບິນຕີ ໂມຮາມັດ ນໍຣ (H.E. Ms. Norli Muadza Binti Mohd Noor) ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ມາເລເຊຍ ປະຈຳ ສປປ ລາວ, ມີສຳນັກງານການທູດຕັ້ງຢູ່ ນະຄອນຫຼວງວຽງຈັນ;
ທ່ານ ແຊມ ສະລາຍເນີ (H.E. Mr. Sam Schreiner) ເອກອັກຄະລາຊະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກ ລຸກຊຳບວກ ປະຈຳ ສປປ ລາວ, ມີສຳນັກງານການທູດ ຕັ້ງຢູ່ ນະຄອນຫຼວງບາງກອກ ຣາຊະອານາຈັກໄທ;
ທ່ານ ນາງ ຄູລາ ໂຊເຟຍນູ (H.E. Ms. Koula SOPHIANOU) ເອກອັກ ຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ໄຊປຣັດ ປະຈຳ ສປປ ລາວ, ມີສຳນັກງານການທູດ ຕັ້ງຢູ່ ນະຄອນຫຼວງປັກກິ່ງ ສປ ຈີນ; ທ່ານ ໂມຫາເມັດ ອັບດູນລາຮິ ເອວ ວິລາລີ (H.E. Mr. Mohamed Abdellahi El Boukhary El Vilaly) ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ອິດສະລາມ ໂມລິຕາເນຍ ປະຈຳ ສປປ ລາວ, ມີສຳນັກງານການທູດ ຕັ້ງຢູ່ ນະຄອນຫຼວງປັກກິ່ງ ສປ ຈີນ;
ທ່ານ ເບວໂລ ໂດ່ກອນ ດາຈິ ຮາລີຣູ (H.E. Mr. Bello Dogon-Daji Haliru) ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ສະຫະພັນ ໄນຈີເຣຍ ປະຈຳ ສປປ ລາວ, ມີສໍານັກງານການທູດ ຕັ້ງຢູ່ ນະຄອນຫຼວງບາງກອກ ຣາຊະອານາຈັກໄທ; ທ່ານ ອານເດຼດ ໂອເດັນເບຼອິດສ ກຼາບາໂຢ (H.E. Mr. André Odenbreit Carvalho) ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສະຫະພັນ ສາທາລະນະລັດ ບຣາຊິນ ປະຈຳ ສປປ ລາວ, ມີສໍານັກງານການທູດ ຕັ້ງຢູ່ ນະຄອນຫຼວງບາງກອກ ຣາຊະອານາຈັກໄທ; ທ່ານ ນາງ ເຣນາຕາ ຢາຊີລີອໍນີແຕ (H.E. Mrs. Renata JASILIONYTĖ) ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ລິດຕົວນີ ປະຈຳ ສປປ ລາວ, ມີສຳນັກງານການທູດ ຕັ້ງຢູ່ສິງກະໂປ.
ຂ່າວ: ກຕທ

