ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອປະຕິບັດໂຄງການປັບປຸງລະບົບນ້ຳປະປາໃນແຂວງສາລະວັນ ພາຍໃຕ້ໂຄງການຊ່ວຍເຫຼືອຂັ້ນຮາກຖານ (GGP) ມູນຄ່າ 108,610 ໂດລາ.
ໂຄງການດັ່ງກ່າວ ຈະສະໜັບສະໜູນຂະຫຍາຍທໍ່ນ້ຳປະປາຈາກລະບົບທໍ່ສົ່ງນ້ຳທີ່ມີຢູ່ໃນປັດຈຸບັນ ໄປເຖິງ 3 ບ້ານ (ບ້ານນາພະບາງໃຫຍ່, ບ້ານນາທົ່ມ ແລະ ນາພະບາງນ້ອຍ) ໃນເມືອງລະຄອນເພັງ ແຂວງສາລະວັນ ເພື່ອຍົກລະດັບການເຂົ້າເຖິງນ້ຳທີ່ສະອາດ ແລະ ປອດໄພຂອງປະຊາຊົນໃນຊຸມຊົນ.
ພິທີເຊັນສັນຍາໂຄງການດັ່ງກ່າວ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ທ່ານ ສຽວສະຫວາດ ນາມເສນາ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງລະຄອນເພັງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ໂຄງການຊ່ວຍເຫຼືອຂັ້ນຮາກຖານ (GGP) ແມ່ນການສະໜອງທຶນທີ່ຈຳເປັນໃຫ້ແກ່ໂຄງການຂະໜາດນ້ອຍທີ່ໃຫ້ຜົນປະໂຫຍດໂດຍກົງແກ່ປະຊາຊົນຜູ້ອາໄສ ແລະ ມີຈຸດປະສົງເພື່ອການພັດທະນາເສດຖະກິດ-ສັງຄົມຂອງປະເທດລາວ ໂດຍອີງຕາມຄວາມຕ້ອງການພື້ນຖານຂອງມະນຸດເປັນຫຼັກ.
ແຫຼ່ງຂ່າວ: ສະຖານທູດຍີ່ປຸ່ນ

