ສະພາແຫ່ງຊາດ ປະກາດຮັບຮອງກົດໝາຍ ສະບັບປັບປຸງ ຈຳນວນ 6 ສະບັບ ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນຕອນບ່າຍວັນທີ 20 ຕຸລາ 2026 ທີ່ຜ່ານມາ.
ປະກາດຮັບຮອງກົດໝາຍ ສະບັບປັບປຸງ 6 ສະບັບດັ່ງກ່າວລວມມີກົດໝາຍວ່າດ້ວຍ ນາຍທະຫານກອງທັບປະຊາຊົນລາວ, ກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ, ກົດໝາຍວ່າດ້ວຍ ການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ, ກົດໝາຍວ່າດ້ວຍ ການບິນພົນລະເຮືອນ, ກົດໝາຍວ່າດ້ວຍ ການຈາລະຈອນທາງບົກ ແລະ ກົດໝາຍວ່າດ້ວຍ ລັດຖະບານ.
ຂ່າວ: ຂປລ ພາບ: ເກດສະໜາ

