ຈະປິດທາງຊົ່ວຄາວ ເພື່ອປັບປຸງ ອຸໂມງລອດທາງລົດໄຟຢູ່ແຂວງອຸດົມໄຊ

ຈະປິດທາງຊົ່ວຄາວ ເພື່ອປັບປຸງ ອຸໂມງລອດທາງລົດໄຟຢູ່ແຂວງອຸດົມໄຊ

ໂຄງການກໍ່ສ້າງທາງລົດໄຟ ຈີນ ເລກທີ 15 ຈຳກັດມີແຜນປິດທາງຊົ່ວຄາວ ບໍລິເວນ ອຸໂມງລອດທາງລົດໄຟ ໃນໄວໆນີ້ເພື່ອປັບປຸງ ອຸໂມງລອດທາງລົດໄຟ.

ເສັ້ນທາງທີ່ຈະປິດເລີ່ມຈາກບ້ານຖິ່ນ ຫາ ບ້ານນາແລ ເມືອງໄຊ ແຂວງອຸດົມໄຊ ເປັນໄລຍະເວລາ 75 ວັນ ຕາມແຜນການທີ່ກຳນົດ ແລະ ການແຈ້ງການຂອງແຂວງ. ໃນໄລຍະປິດທາງ ຜູ້ໃຊ້ລົດໃຊ້ຖະໜົນ ຈະຕ້ອງໃຊ້ເສັ້ນທາງອ້ອມຜ່ານບໍລິເວນ ສະຖານີລົດໄຟ ເມືອງໄຊ.

ຂ່າວ: ຄຳພັນ ແກ້ວມະນີ

Related Articles