ລາວ ເຈົ້າພາບກຸ່ມ ກຸ່ມ D ບານເຕະຊາຍຮຸ່ນອາຍຸບໍ່ເກີນ 17 ປີ ຮອບຄັດເລືອກ 2027

ລາວ ເຈົ້າພາບກຸ່ມ ກຸ່ມ D ບານເຕະຊາຍຮຸ່ນອາຍຸບໍ່ເກີນ 17 ປີ ຮອບຄັດເລືອກ 2027

ການແຂ່ງຂັນບານເຕະຊາຍຮຸ່ນອາຍຸບໍ່ເກີນ 17 ປີ ຮອບຄັດເລືອກ 2027 AFC U17 Asian Cup Uzbekistan 2027 Qualifiers ຊຶ່ງມີທັງໝົດ 35 ທີມເຂົ້າຮ່ວມຄັກເລືອກ ແບ່ງອອກເປັນ 7 ກຸ່ມ, ໂດຍທີມຊາດລາວ U17 (ເຈົ້າພາບ) ກຸ່ມ D ຮ່ວມກັບ ອີຣ່ານ, ຈໍແດນ, ປາກິສຖານ ແລະ ສີລັງກາ.

ການແຂ່ງລາຍການດັ່ງກ່າວຈະແຂ່ງຂັນລະຫວ່າງວັນທີ 8-20 ພະຈິກ 2026, ທີມທີ່ໄດ້ແຊ້ມທັງ 7 ກຸ່ມ ຈະໄດ້ຜ່ານເຂົ້າສູ່ຮອບສຸດທ້າຍ ການແຂ່ງຂັນບານເຕະຊາຍຮຸ່ນອາຍຸບໍ່ເກີນ 17 ປີ ຮອບຄັດເລືອກ 2027 AFC U17 Asian Cup Uzbekistan 2027 ທີ່ ປະເທດອຸເບກິສຖານ ຮ່ວມກັບປະເທດອົດສະຕຣາລີ, ຊາອຸດິ ອາຣັບເບຍ, ທາຈີກິສຖານ, ຍີ່ປຸ່ນ, ສປ ຈີນ, ຫວຽດນາມ ແລະ ສ ເກົາຫຼີ  ຊຶ່ງຈະເລືອກເອົາ 8 ທີມ ເປັນຕົວແທນທະວີບອາຊີ ເຂົ້າຮ່ວມການແຂ່ງຂັນບານເຍົາວະຊົນໂລກ U17 ປະຈຳປີ 2027 ທີ່ປະເທດກາຕ້າ.

ສຳລັບຕາຕະລາງການແຂ່ງຂັນຂອງທີມຊາດລາວ ໂດຍນັດທຳອິດ ໃນວັນທີ 8 ພະຈິກ 2026 ເວລາ 19:00  ທີມຊາດລາວ ຈະພົບກັບທີມຊາດຈໍແດນ, ນັດທີສອງ ໃນວັນທີ 14 ພະຈິກ 2026 ເວລາ 19:00 ທີມຊາດລາວ ພົບກັບທີມຊາດປາກິສຖານ, ນັດທີສາມ ໃນວັນທີ 17 ພະຈິກ 2026 ເວລາ 19: 00 ທີມຊາດລາວ ພົບກັບທີມຊາດສີລັງກາ ແລະ ນັດທີສີ່ ໃນວັນທີ 20 ພະຈິກ 2026 ເວລາ 19: 00 ທີມຊາດລາວ ພົບກັບທີມຊາດອີຣ່ານ, ທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະໜາມກິລາແຫ່ງຊາດຫຼັກ16 ແລະ ຈະຖ່າຍຖ່າຍທອດສົດການແຂ່ງຂັນໄດ້ຜ່ານທາງຊ່ອງຢູທູບຂອງ ສຕລ ໄດ້ @LAOFF TV.

ທີ່ມາ: ສຕລ

Related Articles