ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ

ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນ ສ ເກົາຫຼີ ທີ່ນຳໂດຍທ່ານ ຊອຍ ຊຶງແຈ (CHOI SEUNGJAE) ຮອງລັດຖະມົນຕີ ກະຊວງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຸລະກິດສະຕາດອັບ ແຫ່ງ ສ ເກົາຫຼີ ໃນວັນທີ 19 ຕຸລາ 2026 ທີ່ຜ່ານມາ ຢູ່ສຳນັກງານນາຍົກລັດຖະມົນຕີ, ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດ ລາວ-ເກົາຫຼີ ຄັ້ງທີ 2.

ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະ, ຊຶ່ງຖືເປັນຂີດໝາຍສຳຄັນໃນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ ເກົາຫຼີ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວ ເວົ້າລວມ, ເວົ້າສະເພາະ ຈະເປັນກຳລັງແຮງສຳຄັນ ໃນການສົ່ງເສີມການຮ່ວມມືດ້ານເສດຖະກິດ, ການລົງທຶນ ແລະ ການພັດທະນາທຸລະກິດຂະໜາດນ້ອຍ ແລະ ກາງ (SMEs) ໃຫ້ມີຜົນສຳເລັດເປັນຮູບປະທຳຍິ່ງໆຂຶ້ນ. ພ້ອມທັງ ນຳສະເໜີ ກ່ຽວກັບນະໂຍບາຍສົ່ງເສີມການລົງທຶນ, ລວມທັງ ການພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ ຂອງ ສປປ ລາວ ໂດຍໄດ້ສະເໜີໃຫ້ສອງຝ່າຍ ເພີ່ມທະວີການຮ່ວມມືໃນການແລກປ່ຽນບົດຮຽນການບໍລິຫານທຸລະກິດ, ຝຶກອົບຮົມ ແລະ ຍົກລະດັບທັກສະແຮງງານ ຕະຫຼອດຮອດການຂະຫຍາຍຕະຫຼາດ, ການຖ່າຍທອດເຕັກໂນໂລຊີ, ການບໍລິຫານ ແລະ ການເຊື່ອມໂຍງພາກທຸລະກິດ ລະຫວ່າງ ສປປ ລາວ ແລະ ສ ເກົາຫຼີ. ນອກນັ້ນ, ໄດ້ມອບໝາຍໃຫ້ ຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂອງລາວ ເປັນຈຸດປະສານງານກັບພາກສ່ວນກ່ຽວຂ້ອງ ເພື່ອສະໜອງຂໍ້ມູນ, ແນະນຳຂັ້ນຕອນ ແລະ ຕິດຕາມການຈັດຕັ້ງປະຕິບັດຜົນກອງປະຊຸມ ໃຫ້ເປັນຮູບປະທຳ.

ໂອກາດດັ່ງກ່າວ, ທ່ານ ຮອງລັດຖະມົນຕີ ກະຊວງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຸລະກິດສະຕາດອັບ ແຫ່ງ ສ ເກົາຫຼີ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນ ຂອງທ່ານ ນາຍົກລັດຖະມົນຕີ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງ ສປປ ລາວ, ພ້ອມທັງ ສະແດງຄວາມຄວາມໝາຍໝັ້ນ ທີ່ຈະສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືທາງດ້ານຕ່າງໆ ເປັນຕົ້ນ ດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ຂອງສອງປະເທດ ໃຫ້ເລິກເຊິ່ງກວ່າເກົ່າ ໂດຍຫວັງຢ່າງຍິ່ງວ່າ ເວທີການເຊື່ອມໂຍງພາກທຸລະກິດ ກໍຄືຜົນກອງປະຊຸມພົບປະນັກທຸລະກິດ ລາວ-ສ ເກົາຫຼີ ຄັ້ງທີ 2 ນີ້ ທີ່ເປີດໂອກາດໃຫ້ພາກທຸລະກິດຂອງສອງຝ່າຍ ໄດ້ພົບປະ, ແລກປ່ຽນຂໍ້ມູນ, ສ້າງເຄືອຂ່າຍ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ຈະນຳໄປສູ່ການຮ່ວມມືທີ່ປະຕິບັດໄດ້ ແລະ ນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ນັບມື້ຫຼາຍຂຶ້ນ.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ

Related Articles