ຜົ້ງສາລີ ຈູດທຳລາຍຢາເສບຕິດຫຼາຍປະເພດ

ຜົ້ງສາລີ ຈູດທຳລາຍຢາເສບຕິດຫຼາຍປະເພດ

ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງຜົ້ງສາລີ ຈູດທຳລາຍຢາເສບຕິດຫຼາຍປະເພດເມື່ອມໍ່ໆມານີ້ ເພື່ອສະຫຼອງວັນແຫ່ງ ຊາດຕ້ານຢາເສບຕິດ ຄົບຮອບ 25 ປີ.

ຢາເສບຕິດທີ່ມາຈູດທໍາລາຍໃນຄັ້ງນີ້ແມ່ນໄດ້ຮັບຄຳຕັດສິນຂອງສານແລ້ວລວມມີ ຢາເສບ ຕິດ ປະເພດ ຢາບ້າ 60.820 ເມັດ, ເຮໂຣອິນ 90 ແທ່ງ ນ້ຳໜັກ 33,07 ກິໂລກຣາມ.

ໃນພິທີ ພັອ ບຸນລຽນ ແສນວົງ ຮອງຫົວໜ້າກອງບັນ ຊາການໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກ ງານກວດກາ ແລະ ຄວບຄຸມຢາເສບຕິດ ໃນຕະຫຼອດໄລຍະ 1 ປີ ຜ່ານມາວ່າ: ອັນພົ້ນເດັ່ນສາມາດກວດພົບເຫັນເນື້ອທີ່ລັກລອບປູກຝິ່ນທົ່ວແຂວງ ມີ 1.304 ຈຸດ, ລົງທຳລາຍທັງໝົດ 22 ກຸ່ມບ້ານ, ມີ 454 ຕອນ, ໃນເນື້ອທີ່ 79,01 ເຮັກຕາ, ບໍ່ໄດ້ທຳລາຍ 18 ເຮັກຕາ, ສາມາດມ້າງຄະດີຢາເສບຕິດ ປະເພດ ຢາບ້າ 72 ເລື່ອງ, ຢາຝິ່ນ 9 ເລື່ອງ, ຂອງກາງຢາບ້າ 65.813 ເມັດ, ຂອງກາງຢາຝິ່ນ 37,03 ກິໂລກຣາມ ແລະ ອື່ນໆ.

ທີ່ມາ: ປກສ ແຂວງຜົ້ງສາລີ

Related Articles