7 ປີມີຜູ້ເສຍຊີວິດລວມ 67 ຄົນຍ້ອນພະຍາດເອດ ຢູ່ແຂວງຄໍາມ່ວນ

7 ປີມີຜູ້ເສຍຊີວິດລວມ 67 ຄົນຍ້ອນພະຍາດເອດ ຢູ່ແຂວງຄໍາມ່ວນ

ຕົວເລກສະສົມ ຢູ່ແຂວງຄໍາມ່ວນ ນັບແຕ່ປີ 2020-2026 ຈໍານວນຜູ້ເຂົ້າຮັບການກວດເລືອດລວມທັງໝົດມີ 77.308 ຄົນ, ກວດພົບເຊື້ອ ເອສໄອວີ 544 ຄົນໂດຍມີຜູ້ເສຍຊີວິດລວມ 67 ຄົນຈາກພະຍາດດັ່ງກ່າວ.

ໃນໄລຍະ 09 ເດືອນຂອງປີ 2026 ມີຜູ້ຕິດເຊື້ອ ເອສໄອວີ (ເອດ)ໃໝ່ ເພີ່ມຂຶ້ນຢູ່ແຂວງຄຳມ່ວນຈາກຜູ້ເຂົ້າຮັບການກວດເລືອດ 9.300 ຄົນ, ມີຜູ້ຕິດເຊື້ອ ເອສໄອວີ ໃໝ່ສູງເຖິງ 89 ຄົນ ແມ່ນມີທ່າອຽງເພີ່ມຂຶ້ນຍ້ອນວ່າຈໍານວນຜູ້ກວດເລືອດລວມຈະຫຼຸດລົງຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.

ຕໍ່ບັນຫາດັ່ງກ່າວ, ແຂວງຄຳມ່ວນ ໄດ້ມີມາດຕະການແກ້ໄຂ ແລະ ທິດທາງແຜນການໃນຕໍ່ໜ້າເປັນຕົ້ນ ເພີ່ມການກວດເຄື່ອນທີ່, ໂຄສະນາເຈາະຈີ້ມກຸ່ມສ່ຽງ, ຄວາມຍືນຍົງຄວາມຮ່ວມມື ແລະ ທຸກຂະແໜງການໃຫ້ມີສ່ວນຮ່ວມ.

ຂໍ້ມູນທີ່ກ່າວມາຂ້າງເທິງນີ້ ແມ່ນທ່ານ ດຣ. ພົງສະກອນ ຄໍາດາລານິກອນຮອງຫົວໜ້າຫ້ອງການບໍລິຫານພະແນກສາທາລະນະສຸກແຂວງ, ຜູ້ປະສານງານໂຄງການ AHF ໄດ້ສະຫຼຸບລາຍງານການເຄື່ອນໄຫວ ວຽກງານສະກັດກັ້ນ ແລະ ຕ້ານເຊື້ອ ເອັສໄອວີ/ເອດ ແລະ ພຕພ ປະຈໍາປີ 2026 ແລະ ແຜນການເຄື່ອນໄຫວປີ 2027 ໃນມື້ວານນີ້.

ແຫຼ່ງຂ່າວຈາກ ແຂວງຄຳມ່ວນ

Related Articles