ລັດຖະບານລາວ ແລະ ລັດຖະບານໄທຈະຮ່ວມມືກໍ່ສ້າງຫຼາຍໂຄງການໃນອະນາຄົດ ໂດຍສະເພາະໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 6 (ແຂວງສາລະວັນ – ອຸບົນຣາດຊະທານີ), ໂຄງການກໍ່ສ້າງຂົວມິດຕະພາບລາວ – ໄທ ແຫ່ງທີ 7 (ວຽງຈັນ – ເລີຍ), ໂຄງການກໍ່ສ້າງຂົວລົດໄຟຂ້າມນ້ຳຂອງ ລະຫວ່າງນະຄອນຫຼວງວຽງຈັນ – ໜອງຄາຍ, ໂຄງການກໍ່ສ້າງໂຮງງານບຳບັດນ້ຳເປື້ອນ ແລະ ວຽກງານນ້ຳປະປາ ແລະ ໂຄງການອື່ນໆ.
ບັນດາໂຄງການດັ່ງກ່າວແມ່ນໄດ້ມີການປຶກສາຫາລື ແລະ ແລກປ່ຽນສອງຝ່າຍເນື່ອງໃນໂອກາດທີ່ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ທີລັດ ອັດທະນາວານິດ ປະທານສະພາບໍລິຫານ ສຳນັກງານຄວາມຮ່ວມມື ພັດທະນາເສດຖະກິດກັບປະເທດເພື່ອນບ້ານ ແຫ່ງຣາຊະອາຈັກໄທ ໃນວັນທີ 29 ຕຸລາ 2026ທີ່ຜ່ານມາ ທີ່ ນະຄອນຫຼວງວຽງຈັນ.
ນອກຈາກນັ້ນ ການພົບປະຄັ້ງນີ້ ທັງສອງຝ່າຍໄດ້ແລກປ່ຽນຄວາມຄິດເຫັນ ແລະ ຕີລາຄາສູງຕໍ່ຜົນສຳເລັດດ້ານ ການຮ່ວມມືທັງສອງຝ່າຍ ເຊັນ: ໂຄງການກໍ່ສ້າງ ຂົວມິດຕະພາບລາວ – ໄທ ແຫ່ງທີ 5 (ບໍລິຄຳໄຊ – ບຶງການ) ທີ່ຜ່ານມາ ແລະ ການຮ່ວມມື ແລະ ການໃຫ້ທຶນຊ່ວຍເຫຼືອ ໃນຫຼາຍໆໂຄງການທີ່ຜ່ານມາ.
ຂ່າວ: ພ້ອມພົງ
ທີ່ມາ: ກະຊວງໂຍທາທິການ ແລະ ຂົນສົ່ງ

