ພິທີສະເຫຼີມສະຫຼອງວັນອາຫານໂລກ ພາຍໃຕ້ຄຳຂວັນ “ພັດທະນາໃນມື້ນີ້ ເພື່ອຄວາມອຸດົມສົມບູນໃນອະນາຄົດ”, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ, ພາຍໃຕ້ຄໍາຂວັນ “ຮ່ວມໃຈເພື່ອສັນຕິພາບ ແລະ ສິດທິມະນຸດ: ໃຫ້ທຸກຄົນມີທີ່ຢູ່ອາໄສທີ່ປອດໄພ” ປະຈຳປີ 2026 ໄດ້ຈັດຂຶ້ນໃນວັນທີ 6 ພະຈິກ 2026 ທີ່ຜ່ານມານີ້ ທີ່ ສວນອາຊຽນ ປະຕູໄຊ ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມໄດ້ກ່າວ ໃນພິທີວ່າ: ການສະເຫຼີມສະຫຼອງ ວັນສຳຄັນດັ່ງກ່າວ ໃນປີນີ້ ດຳເນີນພາຍໃຕ້ 2 ຄຳຂວັນ ຄື: “ພັດທະນາໃນມື້ນີ້ ເພື່ອຄວາມອຸດົມສົມບູນໃນອະນາຄົດ” ຫຼື “Innovate today, Nourish tomorrow” ແລະ “ຮ່ວມໃຈເພື່ອສັນຕິພາບ ແລະ ສິດທິມະນຸດ: ໃຫ້ທຸກຄົນມີທີ່ຢູ່ອາໄສທີ່ປອດໄພ” ຫຼື “United for Peace and Human Rights: Safe Homes for All”, ຊຶ່ງສະທ້ອນໃຫ້ເຫັນວ່າ ການສ້າງຄວາມໝັ້ນຄົງດ້ານສະບຽງອາຫານໃນອະນາຄົດ ຈຳເປັນຕ້ອງອາໄສ ທັງຄວາມຮູ້ທາງວິທະຍາສາດ ແລະ ນະວັດຕະກຳທີ່ເໝາະສົມ ລວມທັງພູມປັນຍາທ້ອງຖິ່ນ ແລະ ການມີສ່ວນຮ່ວມຂອງທຸກພາກສ່ວນ
ທ່ານກ່າວຕື່ມວ່າ: ຄວາມທຸກຍາກ, ໄພອຶດຫິວ ແລະ ການຂາດໂພຊະນາການ ຍັງເປັນບັນຫາທີ່ທົ່ວໂລກ ໃຫ້ຄວາມສຳຄັນ ແລະ ຮຽກຮ້ອງ ໃຫ້ມີການຮ່ວມມືກັນ ແກ້ໄຂຢ່າງຕໍ່ເນື່ອງ. ເຖິງວ່າຫຼາຍປະເທດ ຈະມີຄວາມກ້າວໜ້າດ້ານເສດຖະກິດ ແລະ ດ້ານວິທະຍາສາດ ແຕ່ປະຊາຊົນຈຳນວນບໍ່ໜ້ອຍ ກໍຍັງປະສົບກັບຄວາມຫຍຸ້ງຍາກໃນການເຂົ້າເຖິງອາຫານທີ່ພຽງພໍ, ປອດໄພ ແລະ ມີຄຸນຄ່າທາງໂພຊະນາການ ອັນເນື່ອງມາຈາກ ຜົນກະທົບຂອງຄວາມຜັນຜວນທາງດ້ານເສດຖະກິດ, ສົງຄາມ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດ. ສະນັ້ນ, ການພັດທະນາກະສິກໍາ ໃຫ້ມີສະມັດຕະພາບ ແລະ ຄຸນນະພາບສູງຂຶ້ນ ເພື່ອໃຫ້ເຂົ້າເຖິງຕະຫຼາດ ແລະ ສາມາດປັບຕົວ ຕໍ່ສະພາບການປ່ຽນແປງຂອງດິນຟ້າອາກາດ ຈຶ່ງເປັນວຽກງານທີ່ສຳຄັນ ແລະ ຈຳເປັນ.
ສຳລັບ ສປປ ລາວ, ບັນຫາຄວາມທຸກຍາກ ແລະ ໂພຊະນາການ ກໍຍັງເປັນສິ່ງທ້າທາຍອັນໃຫຍ່ຫຼວງ. ປັດຈຸບັນ, ປະເທດເຮົາຍັງມີ ຄອບຄົວທຸກຍາກ ກວມເອົາ 14.8% ຂອງຄົວເຮືອນທັງໝົດ, ອັດຕາການຂາດສານອາຫານໃນເດັກນ້ອຍອາຍຸຕ່ຳກວ່າ 5 ປີ ຍັງຢູ່ໃນລະດັບສູງ. ນອກຈາກນີ້, ປະຊາກອນລາວຫຼາຍກວ່າ 70% ທີ່ເຮັດການກະສິກໍາ ຍັງປະເຊີນກັບຄວາມສ່ຽງຈາກໄພພິບັດ (ໄພແຫ້ງແລ້ງ, ໄພນໍ້າຖ້ວມ) ແລະ ການເພີ່ມຂຶ້ນ ຂອງລາຄາສິນຄ້າ ແລະ ຄ່າຄອງຊີບ ຊຶ່ງລ້ວນແຕ່ເປັນສິ່ງທ້າທາຍ ຕໍ່ລະບົບການຜະລິດສະບຽງອາຫານ ແລະ ລາຍຮັບຂອງປະຊາຊົນ ໂດຍສະເພາະ ຄອບຄົວທຸກຍາກ ແລະ ກຸ່ມຄົນທີ່ມີຄວາມບອບບາງ,ຕໍ່ກັບສະພາບການດັ່ງກ່າວ, ພັກ ແລະ ລັດຖະບານ ໄດ້ໃຫ້ຄວາມສຳຄັນສູງ ໂດຍຖືເອົາ ກະສິກຳ ເປັນຂະແໜງບຸລິມະສິດໜຶ່ງທີ່ສຳຄັນ ແລະ ກໍານົດເອົາ ວຽກງານການພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ ເປັນວາລະແຫ່ງຊາດ,ໃນໄລຍະຜ່ານມາ, ຂະແໜງການ ໄດ້ສຸມໃສ່ ການຜະລິດກະສິກຳເພື່ອຄ້ຳປະກັນສະບຽງອາຫານ ແລະ ໂພຊະນະການ ແລະ ການຜະລິດເປັນສິນຄ້າ ຫຼຸດຜ່ອນການນຳເຂົ້າ ແລະ ເພື່ອປຸງແຕ່ງ-ເພີ່ມມູນຄ່າ-ສົ່ງອອກ ຕາມທິດ “ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຫຼື ສອຈ” ຊຶ່ງສາມາດ ຄ້ຳປະກັນສະບຽງອາຫານໄດ້ໂດຍພື້ນຖານ ແລະ ການສົ່ງອອກມີທ່າກ້າວຂະຫຍາຍຕົວຕະຫຼອດມາ, ນັບແຕ່ເດືອນ 1 ຫາ ເດືອນ 10 ປີ 2026, ການຜະລິດເຂົ້າ ບັນລຸໄດ້ 3.7 ລ້ານໂຕນ ເທົ່າກັບ 95% ຂອງແຜນການ, ພືດສະບຽງ ໄດ້ 2.4 ລ້ານກວ່າໂຕນ ແລະ ການຜະລິດຊີ້ນ, ໄຂ່, ປາ ປະຕິບັດໄດ້ຫຼາຍກວ່າ 480,000 ໂຕນ. ພ້ອມດຽວກັນນີ້, ການຄວບຄຸມການນຳເຂົ້າສິນຄ້າ ທີ່ພວກເຮົາສາມາດຜະລິດພາຍໃນໄດ້ພຽງພໍ ໂດຍສະເພາະ 5 ລາຍການຫຼັກ ຄື: ເຂົ້າ, ຊີ້ນ, ໄຂ່, ປາ ແລະ ພືດຜັກ ເຮັດໃຫ້ ການນຳເຂົ້າສິນຄ້າກະສິກຳ ຫຼຸດລົງເຫຼືອ 60 ລ້ານກວ່າ ໂດລາ ຫຼື ຫຼຸດລົງ 34% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແລະ ການສົ່ງອອກສິນຄ້າກະສິກຳ-ປ່າໄມ້ ບັນລຸໄດ້ 1,620 ລ້ານກວ່າໂດລາ (ໂຕເລກປັດຈຸບັນ ປະມານ 1,700-1,800 ລ້ານໂດລາ, ໂຕເລກແບບບໍ່ທັນເປັນທາງການ), ການລຶບລ້າງຄວາມທຸກຍາກ ແລະ ສ້າງຄວາມໝັ້ນຄົງດ້ານສະບຽງອາຫານ ບໍ່ແມ່ນພາລະກິດຂອງຂະ ແໜງການໃດໜຶ່ງ, ແຕ່ເປັນວຽກງານທີ່ຮຽກຮ້ອງໃຫ້ທຸກພາກສ່ວນ ທັງພາກລັດ, ເອກະຊົນ-ຜູ້ປະກອບການ, ຊາວກະສິກອນ, ຊາວໜຸ່ມ-ແມ່ຍິງ, ອົງການຈັດຕັ້ງສາກົນ-ຄູ່ຮ່ວມພັດທະນາ ແລະ ທຸກພາກສ່ວນ ຮ່ວມກັນປະກອບສ່ວນຢ່າງຕັ້ງໜ້າ. ການສະເຫຼີມສະຫຼອງສອງວັນສຳຄັນດັ່ງກ່າວໃນຄັ້ງນີ້ ຈຶ່ງເປັນໂອກາດອັນດີໃຫ້ແກ່ພວກເຮົາ ໄດ້ທົບທວນຄືນຄວາມຄືບໜ້າ ການຈັດຕັ້ງປະຕິບັດ, ຍົກສູງຈິດສຳນຶກ ແລະ ລະດົມທຸກພາກສ່ວນ ໃຫ້ຮ່ວມມືກັນ ດຳເນີນມາດຕະການຢ່າງເປັນຮູບປະທຳ ຕໍ່ວຽກງານດັ່ງກ່າວ ແລະ ຂໍໃຫ້ຄຳຂວັນ ຂອງ 2 ວັນດັ່ງກ່າວ ກາຍເປັນບ່ອນອີງ ໃນການຈັດຕັ້ງປະຕິບັດ ຂອງພວກເຮົາທຸກຄົນ ເພື່ອສ້າງອະນາຄົດ ທີ່ມີຄວາມໝັ້ນຄົງດ້ານສະບຽງອາຫານ, ຫຼຸດພົ້ນຈາກຄວາມທຸກຍາກ ແລະ ມີການພັດທະນາຢ່າງທົ່ວເຖິງ ແລະ ຍືນຍົງ.
ໃນໂອກາດດັ່ງກ່າວ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ໃຫ້ກຽດຕັດແຖບຜ້າ ແລະ ລັ່ນຄອງ 9 ບາດເພື່ອເປັນສິລິມຸງຄຸນໃນການເປີດພິທີດັ່ງກ່າວ ຢ່າງເປັນທາງການ.
ຂ່າວ-ພາບ: ສຳນານ

