ບຸນພຣະທາດຫຼວງວຽງຈັນເປັນການສືບສານອະນຸລັກ, ຮັກສາມໍລະດົກທາງດ້ານວັດ ທະນະທໍາອັນລ້ຳຄ່າອັນດີງານຂອງຊາດລາວ

ບຸນພຣະທາດຫຼວງວຽງຈັນເປັນການສືບສານອະນຸລັກ, ຮັກສາມໍລະດົກທາງດ້ານວັດ ທະນະທໍາອັນລ້ຳຄ່າອັນດີງານຂອງຊາດລາວ

ບຸນພຣະທາດຫຼວງວຽງຈັນແຕ່ລະປີ, ລ້ວນແຕ່ເປັນການສືບສານອະນຸລັກ, ຮັກສາມໍລະດົກທາງດ້ານວັດ ທະນະທໍາອັນລ້ຳຄ່າ, ຮີດຄອງປະເພນີທີ່ສືບທອດກັນມາແຕ່ບູຮານນະການ ແລະ ທັງເປັນການເສີມຂະຫຍາຍຄຸນ ຄ່າທາງດ້ານຈິດໃຈໃຫ້ຄົງຢູ່ຄູ່ຄົນລາວ, ຊາດລາວ.

ສະເພາະປີນີ້, ງານບຸນດັ່ງກ່າວຈະຈັດຂຶ້ນລະຫວ່າງວັນທີ 20-24 ພະຈິກ 2026 ທີ່ຈະມາເຖິງນີ້ (ລວມເປັນເວລາ 5 ວັນທາງການ).

ກິດຈະກໍາທາງສາສະໜາ ແຕ່ລະມື້ແມ່ນເປີດປະຕູໃຫ້ມວນຊົນເຂົ້າທ່ຽວຊົມງານ ແມ່ນເລີ່ມ ແຕ່ເວລາ 09:00 ໂມງ ຫາ 23:00 ໂມງ ໂດຍຈະມີການສະແດງສິລະປະວັນນະຄະດີ (ເວທີກາງ) ການສະແດງການຟ້ອນ, ຂັບລຳຈາກກອງ ສີລະປະກອນສູນກາງ, ສິລະປະກອນກອງທັບ, ສິລະປະຈາກ ບັນດາເມືອງ 9 ຕົວເມືອງພາຍໃນ ນະຄອນຫຼວງວຽງຈັນ, ສູນວັດ ທະນະທຳເດັກ ແລະ ສະໂມສອນດ່ານຊ້າງ ເພື່ອເຂົ້າຮ່ວມການສະແດງໃນແຕ່ລະວັນ, ພາຍໃນງານນອກຈາກພິທີທາງສາສະໜາແລ້ວ ຍັງມີການວາງສະແດງ ແລະ ຈໍາໜ່າຍສິນຄ້າຫຼາກຫຼາຍປະເພດ ເປັນຕົ້ນ: ສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ, ສິນຄ້າຄອບຄົວຕົວແບບ, ສິນຄ້າວິສາຫະ ກິດຂະໜາດນ້ອຍ ແລະ ກາງ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ແກ່ປະຊາຊົນບັນດາເຜົ່າຊາວນະຄອນຫຼວງວຽງ ຈັນ, ຕ່າງແຂວງ ແລະ ແຂກຕ່າງປະເທດ ໄດ້ເຫັນ ແລະ ຊ່ວຍຊົມໃຊ້ຜະລິດຕະພັນສິນຄ້າລາວ, ພ້ອມທັງເປັນການແລກປ່ຽນບົດຮຽນ ແລະ ປະສົບການຕ່າງໆ ຂອງບັນດາຫົວໜ່ວຍທຸລະກິດດ້ວຍກັນ.

ຂໍ້ມູນທີ່ກ່າວມາຂ້າງເທິງນັ້ນແມ່ນທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ໄດ້ຖະແຫຼງຕໍ່ສື່ມວນຊົນໃນວັນທີ 11 ພະຈິກ 2026 ທີ່ຜ່ານມາຢູ່ເດີ່ນພຣະທາດຫຼວງ.

ທີ່ມາແຫຼ່ງຂໍ້ມູນຂ່າວ: ນົກແກ້ວ

Related Articles