ລັດຖະບານກຽມເພີ່ມງົບກອງທຶນທາງເປັນ 2,000 ຕື້ກີບໃນປີ 2027 ເລັ່ງສ້ອມແປງ ແລະ ຍົກລະດັບຖະໜົນທົ່ວປະເທດ

ລັດຖະບານກຽມເພີ່ມງົບກອງທຶນທາງເປັນ 2,000 ຕື້ກີບໃນປີ 2027 ເລັ່ງສ້ອມແປງ ແລະ ຍົກລະດັບຖະໜົນທົ່ວປະເທດ

ກະຊວງໂຍທາທິການ ແລະ ຂົນສົ່ງ ມີແຜນເພີ່ມງົບປະມານກອງທຶນທາງ ຈາກ 1,200 ຕື້ກີບ ໃນປີ 2026 ເປັນ 2,000 ຕື້ກີບ ໃນປີ 2027, ເພື່ອເລັ່ງສ້ອມແປງ ແລະ ຍົກລະດັບມາດຕະຖານຖະໜົນຫົນທາງໃນທົ່ວປະເທດ.

ແຜນງານດັ່ງກ່າວໄດ້ປືກສາຫາລືກັນໃນກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ ຄັ້ງທີ 17 ຮ່ວມກັບບັນດາຄູ່ຮ່ວມພັດທະນາ ເພື່ອຫາລືແນວທາງຮັບມືກັບບັນຫາດ້ານໂຄງລ່າງຂອງປະເທດ ໃນວັນທີ 9 ພະຈິກ 2026 ຜ່ານມາ, ເປັນປະທານກອງປະຊຸມໂດຍ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງ ຍທຂ. 

ໃນປີ 2026 ໄພພິບັດໃນລະດູຝົນໄດ້ສ້າງຄວາມເສຍຫາຍຕໍ່ໂຄງລ່າງຫຼາຍກວ່າ 923 ຕື້ກີບ ນອກຈາກນີ້ຍັງມີບັນຫາລົດບັນທຸກນ້ຳໜັກເກີນ ເຊິ່ງເປັນອີກສາເຫດໜຶ່ງທີ່ສົ່ງຜົນຕໍ່ສະພາບຖະໜົນ, ອີ່ງຕາມຂໍ້ມູນຈາກ ກະຊວງ ຍທຂ. 

ສຳລັບງົບປະມານ 2,000 ຕື້ກີບໃນປີ 2027 ຈະແບ່ງອອກເປັນ 2 ສ່ວນສຳຄັນ ຄື 40% ສຳລັບການສ້ອມແປງຖະໜົນໃຫ້ສາມາດສັນຈອນໄດ້ສະດວກ ແລະ ອີກ 60% ສຳລັບການຍົກລະດັບມາດຕະຖານຖະໜົນ ໃຫ້ຮອງຮັບນ້ຳໜັກໄດ້ 11 ໂຕນຕໍ່ເພົາ.

ທີ່ມາ: ກະຊວງ ຍທຂ

Related Articles