Vientiane Times Lao
ສສຊ ສະເໜີລັດຖະບານໃຫ້ລົງເຮັດວຽກຕົວຈິງບໍ່ແມ່ນມີແຕ່ຊີ້ນຳ ດ້ວຍຄຳເວົ້າ

ສສຊ ສະເໜີລັດຖະບານໃຫ້ລົງເຮັດວຽກຕົວຈິງບໍ່ແມ່ນມີແຕ່ຊີ້ນຳ ດ້ວຍຄຳເວົ້າ

ທ່ານ ຄຳສີ ປ່ຽນວໍລະວົງ ສະມາຊິກສະພາແຫ່ງຊາດ ເຂດ 15 ແຂວງຈໍາປາສັກ ໄດ້ປະກອບຄຳເຫັນ ແລະ ສະເໜີລັດຖະບານຫວ່າງບໍ່ດົນມານີ້ ທີ່ກອງປະຊຸມ ສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII ວ່າ: ຢາກສະເໜີໃຫ້ ລັດຖະບານ ປັບປຸງຄວາມຮັບຜິດຊອບວຽກງານຕ່າງໆຢ່າງຈີງຈັງ, ຫຼຸດຜ່ອນການ ຊີ້ນໍາພຽງຄຳເວົ້າ ແລະ ຢາກໃຫ້ລົງໄປເຮັດວຽກໂດຍກົງ ນຳພາປະຊາຊົນປະຕິບັດ ຕົວຈິງ ຢູ່ແຕ່ລະຂົງເຂດ ເພາະໄລຍະຜ່ານມາຈະມີແແຕ່ພະນັກງານທີ່ລົງໄປຊີ້ນຳ ເປັນພຽງຄຳເວົ້າ ແຕ່ການນຳພາເຮັດຕົວຈິງຍັງມີໜ້ອຍ.
ໄລຍະຜ່ານມາ ເຫັນດີກັບຄວາມພະຍາຍາມຂອງລັດຖະບານໃນການສົ່ງເສີມ ປະຊາຊົນຜະລິດກະສິກຳເປັນສິນຄ້າ ແຕ່ການປະຕິບັດຕົວຈິງ ຍັງບໍ່ທັນມີແຜນ ການທີ່ລະອຽດ, ຍິ່ງໄປກວ່ານັ້ນບັນຫາທີ່ເກີດຂຶ້ນຢູ່ໃນຂົງເຂດຄວາມຮັບຜິດຊອບ ຂອງຕົນເອງນັ້ນ ເວລາມີບັນຫາກໍ່ມີແຕ່ທັກທ້ວງ ແຕ່ບໍ່ພາກັນແກ້ໄຂ.
ທ່ານ ຄຳສີ ໄດ້ກ່າວຕື່ມວ່າ: ການພັດທະນາເສດຖະກິດຂອງປະເທດເຮົາ ຍັງອາໄສ ແຕ່ຊັບພະຍາກອນທຳມະຊາດ ແທນທີ່ລັດຖະບານຈະເນັ້ນໃສ່ການພັດທະນາ ຊັບພະຍາກອນມະນຸດ ໂດຍສະເພາະແມ່ນບຸກຄະລາກອນ ໃຫ້ມີຄວາມຮູ້ ຄວາມ ສາມາດ ເພື່ອນຳມາພັດທະນາເສດຖະກິດ-ສັງຄົມ. ຢາກຂໍສະເໜີລັດຖະບານເນັ້ນສົ່ງເສີມການຜະລິດພາຍໃນໃຫ້ມີຄວາມເຂັ້ມແຂງ, ສົ່ງເສີມໃຫ້ຄົນລາວຫັນມາຊົມໃຊ້ຜະລິດຕະພັນພາຍໃນ ແລະ ອື່ນໆ.
ຂ່າວ: ສົມພາວັນ

Related Articles

Leave a Reply