ເຂດເຜົ່າຈ້ວງປົກຄອງຕົນເອງ ກວາງຊີ ພັດທະນາຢ່າງກ້າວກະໂດດ

ເຂດເຜົ່າຈ້ວງປົກຄອງຕົນເອງ ກວາງຊີ ພັດທະນາຢ່າງກ້າວກະໂດດ

ກວາງຊີ ເປັນໜຶ່ງໃນ 5 ເຂດຊົນເຜົ່າປົກຄອງຕົນເອງຂອງປະເທດຈີນ ເຊິ່ງຕັ້ງຢູ່ພາກໃຕ້ຂອງປະເທດຈີນ ແລະ ຢູ່ສົ້ນຕາເວັນຕົກສຽງໃຕ້ຂອງເສັ້ນທະເລແຄມແຜ່ນດິນໃຫຍ່, ເປັນເຂດດຽວຂອງປະເທດຈີນ ທີ່ຕິດກັບອາຊຽນທັງທາງທະເລທັງທາງບົກ ແລະ ເປັນເສັ້ນທາງໄປສູ່ທະເລເສັ້ນດຽວຂອງພາກຕາເວັນຕົກສຽງໃຕ້ຂອງຈີນ, ມີປະຊາກອນ 55,18 ລ້ານຄົນ,ເນື້ອທີ່ທາງບົກມີ 237.600 ຕາລາງກິໂລແມັດ ເຊິ່ງເປັນເຂດແດນທີ່ເຕັມໄປດ້ວຍທິວທັດທຳມະຊາດອັນສວຍສົດງົດງາມ ແລະ ມີວັດທະນະທຳປະຫວັດສາດອັນມີມູນເຊື້ອຍາວນານ, ມີອາລິຍະທຳອັນເກົ່າແກ່ ແລະຄວາມຈະເລີນຮຸ່ງເຮືອງທີ່ກົມກຽວກັນ.

ເມື່ອເວົ້າເຖິງລັກສະນະຈຸດພິເສດຂອງກວາງຊີ ສາມາດສັງລວມໄດ້ວ່າ: ເປັນເຂດທີ່ສວຍງາມ ຍ້ອນວ່າກວາງຊີ ເປັນໜຶ່ງໃນບັນດາແຂວງ ຫຼື ເຂດທີ່ມີລະບົບຊີວະພາບອັນດີທີ່ສຸດຂອງຈີນ ສົມຊື່ວ່າ ພູຂຽວນ້ຳໃສທຳມະຊາດງາມ, ມີດອກໄມ້ບານ ແລະ ຕົ້ນໄມ້ເປັນໝາກຕະຫຼອດປີ, ມີປ່າໄມ້ປົກຄຸມກວມເອົາ 62,2% ເປັນອັນດັບ 3 ໃນທົ່ວປະເທດຈີນ.ກວາງຊີ ຕັ້ງຢູ່ບ່ອນຕິດຕໍ່ແລວທາງເສດຖະກິດພາກໃຕ້, ແລວທາງເສດຖະກິດພາກຕາເວັນຕົກສຽງໃຕ້, ແລວທາງເສດຖະກິດພາກຕາເວັນອອກ ແລະ ການຮ່ວມມືຫຼາຍພາກພື້ນລະຫວ່າງຊາດ, ມີຖານະພົ້ນເດັ່ນໃນການປະຕິຮູບ ແລະ ໄຂປະຕູອອກສູ່ໂລກພາຍນອກຂອງຈີນ, ມີທີ່ຕັ້ງທ່າແຮງດ້ານແຄມທະເລ, ຊາຍແດນ ແລະ ແຄມແມ່ນ້ຳ.

ເປັນເຂດພັດທະນາພາກຕາເວັນຕົກ ແລະ ເປັນໜຶ່ງໃນບັນດາເຂດແຄວ້ນທີ່ມີຊີວິດຊີວາທີ່ສຸດຂອງຈີນ. ເປັນເຂດແຄວ້ນທີ່ມີຄຸນຄ່າຫຼາຍທີ່ສຸດໃນການລົງທຶນຂອງຈີນ, ມີທ່າແຮງພັດທະນາໃນອະນາຄົດທີ່ພົ້ນເດັ່ນ ແລະ ໂອກາດທຸລະກິດຢ່າງຫຼວງຫຼາຍ ເຊິ່ງປັດຈຸບັນນີ້ເຂົ້າມາລົງທຶນຢູ່ກວາງຊີກໍເໝືອນດັ່ງວ່າການລົງທຶນຢູ່ເຊີນເຈີ້ນ ແລະ ເຂດສາມຫຼ່ຽມແມ່ນ້ຳຈູ່ຈ່ຽງໃນຊຸ່ມປີ 90 ຂອງສະຕະວັດທີ່ຜ່ານມາ.

ກວາງຊີ ຖືກຂະໜານນາມວ່າ ເປັນບ່ອນບຳລຸງຮ່າງກາຍ ຍ້ອນວ່າໃນທົ່ວປະເທດຈີນມີເຂດອາຍຸຍືນ 76 ເຂດ ໃນນັ້ນ ກວາງຊີກໍມີຮອດ 25 ເຂດ, ເປັນແຂວງທີ່ມີ ເຂດອາຍຸຍືນທີ່ຫຼາຍກວ່າໝູ່ຂອງຈີນ, ໂດຍສະເພາະ ແມ່ນ ເມືອງປາມາເຜົ່າຢ້າວປົກຄອງຕົນເອງ ໄດ້ຊື່ວ່າ ເມືອງອາຍຸຍືນຂອງໂລກ, ຄົນຜູ້ເຖົ້າທີ່ມີອາຍຸສູງກວ່າ 100 ປີເປັນອັນດັບໜຶ່ງຂອງທົ່ວໂລກ.ປັດຈຸບັນນີ້ ກວາງຊີ ກຳລັງກໍ່ສ້າງເຂດສາທິດບຳລຸງຮ່າງກາຍ ແລະ ບ່ອນພັກຜ່ອນຢ່ອນໃຈຫຼາຍເຂດເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ຄົນທັງຫຼາຍ. ແລະ ສໍາຄັນອີກອັນໜຶ່ງ ກວາງຊີ ເປັນແຂວງທີ່ມີຄວາມສາມັກຄີ ຍ້ອນວ່າກວາງຊີມີປະຊາຊົນ 12 ເຜົ່າເຊັ່ນ: ເຜົ່າຈ້ວງ, ຮ້ານ, ຢ້າວ, ມົ້ງ, ຕົ້ງ…ທີ່ດຳລົງຊີວິດຢູ່ຮ່ວມກັນມາແຕ່ບຶກດຳບັນ ຢ່າງປອງດອງກັນ ເປັນເຂດບ້ານສາມັກຄີທີ່ມີປະຊາຊົນຢູ່ຮ່ວມກັນ ຈົນສູນກາງຈີນໃຫ້ຊື່ວ່າ ເປັນແບບຢ່າງຄວາມສາມັກຄີປອງດອງ ແລະ ກ້າວໜ້າຂອງຊົນເຜົ່າທົ່ວປະເທດຈີນ.

ປະຊາຊົນບັນດາເຜົ່າຢູ່ກວາງຊີ ມີຄວາມເຄົາລົບນັບຖືກັນ, ມີສາຍພົວຄວາມສາມັກຄີປອງດອງກັນ ຈົນກາຍເປັນນິໄສພາກພື້ນທີ່ເປີດກວ້າງ ແລະ ຍອມຮັບ ປະດິດສ້າງວັດທະນະທຳຂອງຊົນເຜົ່າອັນມີສີສັນເອກະລັກຂອງຕົນ.

ດ້ວຍຜົນປະໂຫຍດທາງທໍາມະຊາດ, ກວາງຊີ ໄດ້ນໍາໃຊ້ສະເໜ່ທີ່ເປັນເອກະລັກຂອງຕົນເພື່ອຫັນປ່ຽນຜົນປະໂຫຍດທາງພູມສາດທີ່ມອບໃຫ້ເປັນແຮງຂັບເຄື່ອນໃຫ້ແກ່ການພັດທະນາຢ່າງແຂງແຮງໃນຍຸກໃໝ່ຂອງການພັດທະນາ.

ໃນຊຸມປີມໍ່ໆມານີ້, ໃນໄລຍະການປະຕິບັດແຜນການ 5 ປີຄັ້ງທີ 12 ເສດຖະກິດກວາງຊີໄດ້ອັດຕາເພີ່ມຂຶ້ນ 10,1%, ສູງກວ່າທົ່ວປະເທດຈີນ 2,2%, ຍອດມູນຄ່າການຜະລິດສະເລ່ຍໃສ່ຫົວຄົນແມ່ນ 35.200 ຢວນ, ຕົກເປັນເງິນໂດລາສະຫະລັດແມ່ນ 5.600ໂດລາ, ກ້າວເຂົ້າໄລຍະລາຍໄດ້ປານກາງທົ່ວໄປ.

ກວາງຊີ ໄດ້ເລັ່ງການຫັນປ່ຽນຈາກ “ທາງຜ່ານທາງພູມສາດ” ໄປສູ່ “ສູນກາງມູນຄ່າ”. ຄອງປິງລູ, ໂຄງການສຳຄັນຂອງເສັ້ນທາງໃໝ່ທາງບົກ-ທະເລຕາເວັນຕົກ, ເປີດໃຫ້ບໍລິການຢ່າງເປັນທາງການໃນປີ 2026 ນີ້, ສ້າງເສັ້ນທາງນ້ຳທີ່ສັ້ນທີ່ສຸດ, ປະຫຍັດທີ່ສຸດ, ສະດວກທີ່ສຸດທີ່ເຊື່ອມຕໍ່ກວາງຊີ ແລະ ພາກຕາເວັນຕົກສຽງໃຕ້ຂອງຈີນກັບອາຊຽນ. ສິ່ງນີ້ໄດ້ປ່ຽນເມືອງນານໜິງຈາກເມືອງພາຍໃນປະເທດໄປສູ່ເມືອງແຄມຝັ່ງທະເລ, ໂດຍມີເສັ້ນທາງນ້ຳທອງຄຳຂອງແມ່ນ້ຳຊີຈຽງ, ຄອງປິງລູ ແລະ ທ່າເຮືອອ່າວເປ້ຍປູ້ ປະກອບເປັນແຜນຜັງການພັດທະນາຮູບຊົງ, ດ້ວຍການນຳເຂົ້າ ແລະ ສົ່ງອອກກັບອາຊຽນ ໃນປີ 2025 ກວມເອົາ 53.2% ໃນພາກພື້ນ. ການຄ້າຂາຍກັບອາຊຽນ ຮັກສາຕຳແໜ່ງເປັນຄູ່ຄ້າທີ່ໃຫຍ່ທີ່ສຸດຂອງກວາງຊີເປັນເວລາ 25 ປີຕິດຕໍ່ກັນ, ກວາງຊີ ກຳລັງໃຊ້ປະໂຫຍດຢ່າງເຕັມທີ່ຈາກການເຊື່ອມຕໍ່ປະຊາກອນ 1.4 ຕື້ຄົນຂອງຈີນກັບປະຊາກອນ 700 ລ້ານຄົນຂອງອາຊຽນ.

ໂດຍ: ວັນໄຊ ຕະວິນຍານ

Related Articles

Leave a Reply