ປຶ້ມນະວະນິຍາຍ “ບ່າວນ້ອຍກຳລັງມາ” (ຊື່ເກົາຫຼີ: 소년이 온다, ຊື່ອັງກິດ:Human Acts) ເຊິ່ງເປັນຜົນງານອັນໂດດເດັ່ນຂອງ ຮັນ ຄັງ, ນັກຂຽນຜູ້ຊະນະເລີດລາງວັນໂນເບລ ສາຂາວັນນະຄະດີ ປີ 2024, ໄດ້ຮັບການແປເປັນພາສາລາວຢ່າງສົມບູນ ແລະ ຈັດພິມໂດຍສຳນັກພິມດອກເກດ ທີ່ນະຄອນຫຼວງວຽງຈັນ.
ໜ້າປົກປຶ້ມ “ບ່າວນ້ອຍກຳລັງມາ” ສະບັບພາສາລາວ ກໍໄດ້ຮັບການອອກແບບໂດຍຜູ້ແປເອງ. ຮູບໃບໂພ 165 ໃບ ທີ່ຢູ່ໜ້າ ແລະ ຫຼັງປົກນັ້ນເປັນສັນຍະລັກແຫ່ງຊີວິດ ຕາມແນວຄວາມຄິດແບບພຸດທະສາສະໜາຢູ່ລາວ. ການອອກແບບທີ່ນຳໃຊ້ສັນຍະລັກທາງວັດທະນະທຳຂອງລາວ ເພື່ອສະແດງເຖິງຄວາມຊົງຈຳທາງປະຫວັດສາດຂອງເກົາຫຼີນີ້ ຖືເປັນສື່ກາງທາງສາຍຕາທີ່ເຊື່ອມໂຍງຄວາມຮູ້ສຶກຂອງທັງສອງຊາດເຂົ້າຫາກັນ.
ການຈັດພິມໃນຄັ້ງນີ້ ເປັນຫຼາຍກວ່າການອອກປຶ້ມແປທົ່ວໄປ ແຕ່ຄາດວ່າຈະເປັນອີກບາດກ້າວໜຶ່ງທີ່ເຮັດໃຫ້ ສ.ເກົາຫຼີ ແລະ ລາວ ເຂົ້າອົກເຂົ້າໃຈກັນຫຼາຍຂຶ້ນຜ່ານທາງວັນນະຄະດີ.
ປຶ້ມ “ບ່າວນ້ອຍກຳລັງມາ” ສະບັບພາສາລາວນີ້ ຈະເປັນການແນະນຳວັນນະຄະດີເກົາຫຼີໃຫ້ແກ່ຜູ້ອ່ານລາວ, ພ້ອມທັງຈະຊ່ວຍຂະຫຍາຍຂອບເຂດການແລກປ່ຽນວັດທະນະທຳລະຫວ່າງສອງປະເທດ ທີ່ຜ່ານມາມັກຈະໜັກໄປທາງວັດທະນະທຳຮ່ວມສະໄໝ ເປັນຕົ້ນແມ່ນ K-pop ໃຫ້ກວ້າງຂວາງຂຶ້ນກວ່າເກົ່າ.
ພາບ-ຂ່າວ: ພ້ອມພົງ

