ສູນກາງສະຫະພັນກຳມະບານລາວ ກຽມຈັດກິດຈະກຳສະເຫຼີມສະຫຼອງວັນກຳມະກອນສາກົນ ຄົບຮອບ 140 ປີ ຢ່າງຍິ່ງໃຫຍ່ ເພື່ອແນໃສ່ປົກປ້ອງສິດຜົນປະໂຫຍດອັນຊອບທຳ ແລະ ຍົກລະດັບຄວາມຮູ້ໃຫ້ຊາວຜູ້ອອກແຮງງານ ໂດຍກຽມຈັດກິດຈະກຳຍ່າງມະຫາຊົນທີ່ປະຕູໄຊ ໃນວັນທີ 1 ພຶດສະພານີ້ ເພື່ອສ້າງພະລັງຄວາມສາມັກຄີ ແລະ ປຸກຈິດສຳນຶກເຖິງພາລະກຳປະຫວັດສາດຂອງຊົນຊັ້ນກຳມະກອນ.
ໃນພິທີຖະແຫຼງຂ່າວທີ່ຈັດຂຶ້ນເມື່ອວັນທີ 23 ເມສາ 2026 ຜ່ານມາ, ທ່ານ ຄຳຜອຍ ວັນນະສານ ປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງວັນທີ 1 ພຶດສະພາ ເຊິ່ງເປັນຂີດໝາຍປະຫວັດສາດແຫ່ງການຕໍ່ສູ້ອັນລະອິດລະອ້ຽວຂອງຊົນຊັ້ນກຳມະກອນໃນທົ່ວໂລກ ທີ່ໄດ້ຮ່ວມກັນທວງສິດທິພື້ນຖານດ້ວຍຄຳຂວັນ “ມື້ໜຶ່ງເຮັດວຽກ 8 ຊົ່ວໂມງ” ນັບຕັ້ງແຕ່ປີ 1886 ເປັນຕົ້ນມາ.
ດັ່ງນັ້ນ, ປີນີ້ຈຶ່ງຖືເປັນວາລະສຳຄັນທີ່ສະຫະພັນກຳມະບານທຸກຂັ້ນໃນທົ່ວປະເທດ ຈະໄດ້ຮ່ວມກັນທົບທວນຄືນມູນເຊື້ອອັນສະຫງ່າງາມດັ່ງກ່າວ ຜ່ານການຈັດຕັ້ງປາຖະກະຖາ ແລະ ສຶກສາອົບຮົມໃຫ້ສະມາຊິກກຳມະບານ ແລະ ຊາວຜູ້ອອກແຮງງານລາວ ໄດ້ເຂົ້າໃຈຢ່າງເລິກເຊິ່ງຕໍ່ພາລະກຳປະຫວັດສາດຂອງຕົນ.
ນອກຈາກການຍົກລະດັບຄວາມຕື່ນຕົວທາງການເມືອງ ແລະ ຄວາມຮູ້ດ້ານວິທະຍາສາດ-ເຕັກໂນໂລຊີແລ້ວ ການສະເຫຼີມສະຫຼອງປີນີ້ຍັງເນັ້ນໃສ່ການສ້າງຂະບວນການຟົດຟື້ນຢູ່ຕາມໂຮງຈັກໂຮງງານ ແລະ ຫົວໜ່ວຍແຮງງານຕ່າງໆ ໂດຍຊຸກຍູ້ໃຫ້ຄະນະພັກ-ຄະນະນຳລົງພົບປະຢ້ຽມຢາມກຳມະກອນຢ່າງໃກ້ຊິດ.
ພ້ອມດຽວກັນນັ້ນ ກໍມີການປຸກລະດົມກິດຈະກຳຫຼາກຫຼາຍຮູບແບບຕາມເງື່ອນໄຂຕົວຈິງດ້ວຍຄວາມປະຢັດມັດທະຍັດ ເປັນຕົ້ນແມ່ນການແຂ່ງຂັນສີມືແຮງງານ, ການບໍລິຈາກເລືອດຊ່ວຍເຫຼືອສັງຄົມ, ການແຂ່ງຂັນກິລາ, ສິລະປະວັນນະຄະດີ, ກິດຈະກຳຖາມ-ຕອບຄວາມຮູ້ ແລະ ການອະນາໄມສະຖານທີ່ເຮັດວຽກ.
ສຳລັບຈຸດໄຮໄລສຳຄັນຂອງງານແມ່ນພິທີໂຮມຊຸມນຸມ ແລະ ກິດຈະກຳຍ່າງເພື່ອສຸຂະພາບ ເຊິ່ງຈະຈັດຂຶ້ນຢ່າງເປັນທາງການໃນວັນທີ 1 ພຶດສະພາ 2026 ທີ່ສວນປະຕູໄຊ ນະຄອນຫຼວງວຽງຈັນ ໂດຍຈະມີການນຳພັກ-ລັດ, ຜູ້ບໍລິຫານຫົວໜ່ວຍທຸລະກິດ ແລະ ຕົວແທນຊາວຜູ້ອອກແຮງງານເຂົ້າຮ່ວມຢ່າງຫຼວງຫຼາຍ ເພື່ອສະແດງເຖິງພະລັງຄວາມສາມັກຄີຂອງຊັ້ນຄົນຜູ້ອອກແຮງງານທີ່ເປັນກຳລັງຫຼັກໃນການຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມຂອງຊາດຢ່າງແທ້ຈິງ.

