ສາລະວັນ ມອບ-ຮັບ ອາຄານຫ້ອງການປະກັນສັງຄົມ ຫຼັງໃໝ່ 

ສາລະວັນ ມອບ-ຮັບ ອາຄານຫ້ອງການປະກັນສັງຄົມ ຫຼັງໃໝ່ 

ບໍລິສັດ MLT ກໍ່ສ້າງ ແລະ ສ້ອມແປງເຄຫາສະຖານ ຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ຊຶ່ງໃນວັນທີ 28 ເມສາ 2026 ຜ່ານມາໄດ້ຈັດພິທີມອບ-ຮັບ ໂຄງການກໍ່ສ້າງຫ້ອງການປະກັນສັງຄົມ ແຂວງສາລະວັນ ໂດຍການ ເຂົ້າຮ່ວມເປັນປະທານຂອງ ທ່ານ ແຫວນເພັດ ລັດດາວົງ ຮອງປະທານຄະນະກຳມະການປົກຄອງແຂວງ ຜູ້ຊີ້ ນໍາວຽກງານຂົງເຂດວັດທະນະທໍາ-ສັງຄົມ, ທ່ານ ນາງ ແກ້ວ ຈັນທະວີໄຊ ຮອງລັດຖະມົນຕີ ກະຊວງແຮງງານ ສະຫວັດດີ-ສັງຄົມ ຮອງປະທານສະພາບໍລິຫານອົງການປະກັນສັງຄົມແຫ່ງຊາດ, ມີແຂກຖືກເຊີນ ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ. 

ໂຄງການກໍ່ສ້າງຫ້ອງການປະກັນສັງຄົມແຂວງ ສາລະວັນ ແມ່ນໄດ້ເລີ່ມລົງມືຈັດຕັ້ງປະຕິບັດມາຕັ້ງແຕ່ວັນທີ 4 ພະຈິກ 2024 ແລະ ດໍາເນີນການກໍ່ສ້າງສຳເລັດ 100% ໃນວັນທີ 31 ມີນາ 2026, ໃຊ້ເວລາ ກໍ່ສ້າງຕົວຈິງ 16 ເດືອນ. ອີງຕາມສັນຍາ ທີ່ໄດ້ຕົກລົງກັນ ແມ່ນມີໄລຍະເວລາກໍ່ສ້າງທັງໝົດ 24 ເດືອນ, ເຫັນໄດ້ວ່າການກໍ່ສ້າງ ສາມາດປະຕິບັດໄດ້ລື່ນຄາດໝາຍ. ໂຄງການດັ່ງກ່າວ, ຕັ້ງຢູ່ບ້ານຫຼັກສອງ, ເມືອງສາລະວັນ, ມີເນື້ອທີ່ຕອນດິນ ທັງໝົດ 5,624 ຕາແມັດ. ໂຄງສ້າງອາຄານ ເປັນເບຕົງເສີມເຫຼັກ, ເປັນອາຄານ 3 ຊັ້ນ, ຊຶ່ງມີຂະໜາດຂອງໂຕ ອາຄານ 20 X 17.5 ແມັດ, ມີເນື້ອທີ່ນໍາໃຊ້ທັງໝົດ 180 ຕາແມັດ ແລະ ຍັງມີສິ່ງອໍານວຍຄວາມສະດວກອື່ນໆ ເຂົ້າໃນໂຄງການ. ນອກຈາກນີ້, ຍັງມີອົງປະກອບພາຍນອກ ອາຄານເປັນຕົ້ນ: ຮົ້ວອ້ອມ, ຮ່ອງລະບາຍນໍ້າ, ລະບົບໄຟຟ້າ, ເດີ່ນເບຕົງ ແລະ ເຮືອນບ່ອນຈອດລົດ.

ໃນພິທີ, ກໍໄດ້ເຊັນບົດບັນທຶກມອບ-ຮັບ ລະຫວ່າງ ທ່ານ ນາງ ບົວຫອມ ພົມມະຈັນ ຮອງຫົວໜ້າອົງການ ປະກັນສັງຄົມແຫ່ງຊາດ ແລະ ທ່ານ ທອງມະນີ ເພັດສະຫວັນ  ຕາງໜ້າບໍລິສັດ MLT ກໍ່ສ້າງ ແລະ ສ້ອມ ແປງເຄຫາສະຖານ ຈໍາກັດຜູ້ດຽວ. ຈາກນັ້ນ, ຜູ້ເຂົ້າຮ່ວມກໍໄດ້ຕັດແຖບຜ້າ ແລະ ເປີດນໍາໃຊ້ອາຄານຫຼັງໃໝ່ ຢ່າງເປັນທາງການ.

ແຫຼ່ງຂ່າວຈາກ: ປະຊາຊົນ

Related Articles

Leave a Reply