ລາວ-ລິດຕົວນີ ເສີມຂະຫຍາຍການພົວພັນຮ່ວມມືວຽກງານຫຼາຍດ້ານ

ລາວ-ລິດຕົວນີ ເສີມຂະຫຍາຍການພົວພັນຮ່ວມມືວຽກງານຫຼາຍດ້ານ

ການພົວພັນຮ່ວມມື ລະຫວ່າງ ສປປ ລາວ-ສາທາລະນະລັດ ລິດຕົວນີ ຖືເປັນຂີດໝາຍສໍາຄັນ ແຫ່ງການ ເສີມຂະຫຍາຍສາຍພົວພັນມິດຕະພາບ ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 1 ກັນຍາ 1994 ໂດຍສະເພາະການແບ່ງປັນບົດຮຽນທີ່ຕົນມີທ່າແຮງໃຫ້ແກ່ ສປປ ລາວ, ສົ່ງເສີມການພົບປະ ແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນສອງຝ່າຍ, ຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ, ການປົກປັກຮັກສາສິ່ງແວດລ້ອມ, ພະລັງງານສະອາດ, ການທ່ອງທ່ຽວ, ການຫັນເປັນ ດີຈິຕອນ ແລະ ການເກັບກູ້ລະເບີດ ເພື່ອສະໜັບສະໜູນເປົ້າໝາຍການພັດທະນາແບບຍືນຍົງ ຂອງ ສປປ ລາວ.

ໃນວັນທີ 27 ເມສາ 2026 ຜ່ານມາ ທີ່ບຣູໄນ ດາຣູຊາລາມ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ເກັດສຕູຕິດສ໌ ບູດຣິດສ໌ (Kestutis Budrys) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ລິດຕົວນີ ເພື່ອຮັດແໜ້ນ ສາຍພົວພັນມິດຕະພາບທີ່ມີມາຫຼາຍກວ່າ 3 ທົດສະວັດ, ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອີຢູ ຄັ້ງທີ 25.

ໃນໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ຕໍ່ຝ່າຍລິດຕົວນີ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າແກ່ ສປປ ລາວ ຜ່ານໂຄງການ ຂອງ ສະຫະພາບເອີຣົບ ຊຶ່ງການຊ່ວຍເຫຼືອດັ່ງກ່າວ ແມ່ນສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍຄື ການພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ ຂອງປະຊາຊົນ ແນໃສ່ເຮັດໃຫ້ ສປປ ລາວ ຫຼຸດ ພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ ກໍຄື ການສະໜັບສະໜູນ ຈາກສາກົນ ໃນໄລຍະທີ່ ສປປ ລາວ ກໍາລັງກະກຽມຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນລະຫວ່າງປີ 2026-2029.

ພ້ອມນັ້ນ, ທ່ານ ເກັດສຕູຕິດສ໌ ບູດຣິດສ໌ ກໍໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານ ທອງສະຫວັນ ພົມວິຫານ ໃນໂອກາດໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະ ຊວງການຕ່າງປະເທດ ແຫ່ງ ສປປ ລາວ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າສາຍພົວພັນ ລາວ-ລິດຕົວນີ ຈະໄດ້ຮັບການຂະຫຍາຍຕົວ.

ໃນໂອກາດທີ່ສໍາຄັນຂອງການພົບປະຄັ້ງນີ້, ເພື່ອເປັນການຍົກລະດັບກົນໄກການຮ່ວມມື, ທັງສອງຝ່າຍ ໄດ້ຮ່ວມລົງນາມໃນ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການປຶກສາຫາລືສອງຝ່າຍ ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ລິດຕົວນີ ຊຶ່ງເປັນພື້ນຖານໃຫ້ແກ່ການສືບຕໍ່ເສີມຂະຫຍາຍ ການພົວພັນ ແລະ ການຮ່ວມມື ລະຫວ່າງ ລາວ ແລະ ລິດຕົວນີ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນໃນຕໍ່ໜ້າ.

ຂ່າວຈາກ: ກົມການຂ່າວ ກະຊວງການຕ່າງປະເທດ

Related Articles

Leave a Reply