ລາວ-ໄທ ຮ່ວມມືແກ້ໄຂບັນຫາໝອກຄວັນ ຂ້າມແດນ ຊູ “ຍຸດທະສາດຟ້າໃສ” ຄືນອາກາດບໍລິສຸດໃຫ້ປະຊາຊົນ

ລາວ-ໄທ ຮ່ວມມືແກ້ໄຂບັນຫາໝອກຄວັນ ຂ້າມແດນ ຊູ “ຍຸດທະສາດຟ້າໃສ” ຄືນອາກາດບໍລິສຸດໃຫ້ປະຊາຊົນ

ລັດຖະບານລາວ ແລະ ໄທ ຍົກລະດັບການຮ່ວມມືເລັ່ງແກ້ໄຂວິກິດມົນລະພິດໝອກຄວັນຂ້າມແດນ (PM2.5) ທີ່ສົ່ງຜົນກະທົບຮ້າຍແຮງຕໍ່ສຸຂະພາບປະຊາຊົນ. ເປົ້າໝາຍຫຼັກແມ່ນການຜັນຂະຫຍາຍ “ຍຸດທະສາດຟ້າໃສ” ຮ່ວມກັບມຽນມາ ເພື່ອຍຸດຕິການເຜົາໄໝ້ ແລະ ຄວບຄຸມໄຟປ່າຢ່າງເດັດຂາດ ຫວັງຄືນອາກາດບໍລິສຸດໃຫ້ພູມິພາກ.

ຄວາມມຸ່ງໝັ້ນດັ່ງກ່າວໄດ້ຖືກຢໍ້າຄືນອີກຄັ້ງ ໃນກອງປະຊຸມປຶກສາຫາລືລະດັບສູງ ທີ່ນະຄອນຫຼວງວຽງຈັນ ເມື່ອວັນທີ 29 ເມສາ 2026 ຜ່ານມາ ລະຫວ່າງ ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວ ແລະ ທ່ານ ຊູຊາດ ຊົມກຣິ່ນ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຫ່ງປະເທດໄທ. 

ການພົບປະຄັ້ງນີ້ ບໍ່ພຽງແຕ່ເປັນການທົບທວນຄືນບົດບັນທຶກຄວາມເຂົ້າໃຈທີ່ເຄີຍມີຮ່ວມກັນ ແຕ່ຍັງເປັນການສານຕໍ່ເຈດຕະນາລົມຂອງຜູ້ນຳ 3 ຊາດ ຄື: ລາວ, ໄທ ແລະ ມຽນມາ ທີ່ໄດ້ຮ່ວມກັນປະກາດເຈດຕະນາລົມໃນການຮັບມືກັບໄພຂົ່ມຂູ່ທາງອາກາດທີ່ບໍ່ມີຊາຍແດນກັ້ນ. ທັງສອງຝ່າຍໄດ້ລົງເລິກເຖິງມາດຕະການແກ້ໄຂບັນຫາ PM 2.5 ໃນລາວ ພ້ອມທັງກະກຽມຄວາມພ້ອມໃນການເປັນເຈົ້າພາບກອງປະຊຸມລະດັບພາກພື້ນທີ່ສຳຄັນ ຄື MSC-Mekong ຄັ້ງທີ 14 ແລະ TWG-Mekong ຄັ້ງທີ 20 ເພື່ອຍົກລະດັບການແກ້ໄຂບັນຫາໃຫ້ເປັນຮູບປະທຳຍິ່ງຂຶ້ນ.

ຫົວໃຈສຳຄັນຂອງການແກ້ໄຂບັນຫາໃນໄລຍະຍາວ ແມ່ນການຂັບເຄື່ອນ “ຍຸດທະສາດຟ້າໃສ ຮອດປີ 2030” ທີ່ທັງສາມປະເທດໄດ້ປະກາດໃຊ້ຮ່ວມກັນມາຕັ້ງແຕ່ທ້າຍປີ 2024 ທີ່ຜ່ານມາ. ຍຸດທະສາດນີ້ ປຽບເໝືອນເຂັມທິດຊີ້ນຳການເຮັດວຽກແບບບູລະນາການ ໂດຍກວມເອົາການສະກັດກັ້ນໄຟໄໝ້ລາມປ່າ, ການນຳໃຊ້ເຕັກໂນໂລຊີຕິດຕາມການກະຈາຍຕົວຂອງມົນລະພິດ, ການບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດ, ການປະສານງານທີ່ມີປະສິດທິພາບ ຈົນໄປເຖິງການຫັນປ່ຽນວິຖີຊີວິດຊາວກະສິກອນ. 

ທ່ານ ລິນຄຳ ດວງສະຫວັນ ໄດ້ເນັ້ນໜັກວ່າ ໃນຕໍ່ໜ້າ ສປປ ລາວ ຈະເລັ່ງຍົກລະດັບການຄວບຄຸມໄຟປ່າຕາມຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 11/ນຍ ຢ່າງເດັດຂາດ ພ້ອມທັງລົງເລິກຊຸກຍູ້ການເຮັດກະສິກຳແບບຍືນຍົງ ໂດຍການລົງພື້ນທີ່ສົ່ງເສີມໃຫ້ປະຊາຊົນຫຼຸດຜ່ອນການຈູດປ່າເພື່ອກະກຽມການຜະລິດຢ່າງຈິງຈັງ. ນອກຈາກນີ້ ຍັງຈະເລັ່ງສ້າງຄວາມເຂັ້ມແຂງໃຫ້ແກ່ເຈົ້າໜ້າທີ່ທຸກຂັ້ນແຕ່ສູນກາງຮອດທ້ອງຖິ່ນ ໃນການວັດແທກຄຸນນະພາບອາກາດ ແລະ ປ້ອງກັນໄຟປ່າ ເພື່ອຮັບປະກັນວ່າ ທ້ອງຟ້າຂອງພາກພື້ນນີ້ ຈະກັບມາສົດໃສ ແລະ ປອດໄພສຳລັບທຸກຄົນ.

Related Articles

Leave a Reply