ໃນໄລຍະລະດູຝົນ ຈະມີເຫັດຫຼາຍຊະນິດມັກເກີດຂຶ້ນ ຕາມທໍາມະຊາດ, ຫຼາຍຊະນິດ ສາມາດນໍາມາບໍລິໂພກໄດ້ ແຕ່ກໍ່ມີບາງຊະນິດ ທີ່ເປັນເຫັດເບື່ອ ມີພິດ, ຂໍໃຫ້ປະຊາຊົນ ຈົ່ງລະມັດລະວັງ ແລະ ສັງເກດໃຫ້ດີ ກ່ອນການບໍລິໂພກ ທຸກຄັ້ງ.
ເຫັດເບື່ອ ຫຼື ເຫັດເປັນພິດ ບາງຊະນິດ ຖ້າຫາກນຳມາປຸງແຕ່ງເປັນອາຫານ ພາຍຫຼັງກິນແລ້ວ ອາການສະແດງອອກ ຄື: ກໍລະນີ ເຫັດເບື່ອຮ້າຍແຮງບາງຊະນິດ ຫຼັງຈາກກິນແລ້ວ ປະມານ 6-24 ຊົ່ວໂມງ ຈະມີອາການຖອກທ້ອງ, ທ້ອງບິດ, ເຈັບທ້ອງຮຸນແຮງ ແລະ ປຸ້ນທ້ອງປວດຮາກ, ຫຼັງຈາກ 24 ຊົ່ວໂມງ ຈະມີອາການຕັບ ແລະ ໄຂ່ຫຼັງບໍ່ທໍາງານ ແລະ ເຖິງຂັ້ນເສຍຊີວິດ ພາຍໃນ 2-6 ວັນ.
ເຫັດເບື່ອບາງຊະນິດ ຫຼັງຈາກກິນແລ້ວ ຈະມີເຫື່ອອອກ, ນໍ້າຕາ ແລະ ນໍ້າລາຍໄຫຼ, ວິນຫົວ, ປຸ້ນທ້ອງປວດຮາກ, ຖອກທ້ອງ. ກໍລະນີເຖິງຂັ້ນຮ້າຍແຮງ ຊີບພະຈອນເຕັ້ນຊ້າ, ຄວາມດັນ ເລືອດຕໍ່າອາດເຖິງຂັ້ນເສຍຊີວິດໄດ້.
ເຫັດເບື່ອຈໍານວນໜຶ່ງ ຈະມີອາການເມົາ, ລະເມີ, ຊືມເສົ້າ, ປ່ວງບ້າ, ນອນຫຼັບເປັນເວລາດົນ, ອາດມີອາການປຸ້ນທ້ອງ, ອິດເມື່ອຍແຮງ ແລະ ເປັນອໍາມະພາດຊົ່ວຄາວ.
ເຫັດເບື່ອບາງຊະນິດຫຼັງຈາກກິນແລ້ວ ຈະມີອາການປວດທ້ອງ, ປຸ້ນທ້ອງປວດຮາກ, ຖອກທ້ອງ, ປັ້ນທ້ອງ, ມັກມີອາການຫຼັງຈາກກິນແລ້ວ ປະມານ 30-90 ນາທີ ອາດຈະມີອາການດີຂຶ້ນພາຍໃນ 3-4 ຊົ່ວໂມງ ແລະ ຈະຟື້ນຟູຊີບໃຫ້ເປັນປົກກະຕິພາຍໃນ 3-4 ວັນ.
ຂໍ້ມູນຈາກ: ສູນຂ່າວສານການແພດສຸກຂະສຶກສາ

