Vientiane Times Lao
ລັດຖະບານ ຈະອອກພັນທະບັດ 1.200 ຕື້ກວ່າກີບ ເພື່ອຈຳໜ່າຍເລີ່ມວັນທີ 18 ທັນວານີ້

ລັດຖະບານ ຈະອອກພັນທະບັດ 1.200 ຕື້ກວ່າກີບ ເພື່ອຈຳໜ່າຍເລີ່ມວັນທີ 18 ທັນວານີ້

ກະຊວງການເງິນ ຈະເປີດຈໍາໜ່າຍພັນທະບັດ ຂອງລັດຖະບານ ຊຶ່ງເປັນງວດທີ 2 ເລີ່ມແຕ່ວັນທີ 18 – 24 ທັນວາ ທີ່ຈະມາເຖິງນີ້ ໂດຍຜ່ານຕະ ຫຼາດຫຼັກຊັບລາວ, ດ້ານບໍລິສັດຫຼັກຊັບໝັ້ນໃຈ ຈະຈໍາໜ່າຍພັດທະບັດໝົດໃນປີ 2020 ຊຶ່ງມີຈໍານວນ 1.200 ຕື້ກວ່າກີບ.

ທ່ານ ພູວົງ ຈິດຕະວົງ ຫົວໜ້າກົມງົບປະມານ ແຫ່ງລັດ ກະຊວງການເງິນ ໄດ້ກ່າວໃນພິທີຖະ ແຫຼງຂ່າວ ກ່ຽວກັບຜົນການຈໍາໜ່າຍພັນທະບັດ ຂອງລັດຖະບານຜ່ານຕະຫຼາດຫຼັກຊັບລາວຜ່ານ ມາ ແລະ ແຜນການຈໍາໜ່າຍໃນຕໍ່ໜ້າວ່າ ນັບແຕ່ ເດືອນກັນຍາ 2019 ຜ່ານມາຮອດປັດຈຸບັນການ ຈໍາໜ່າຍພັນທະບັດຂອງລັດຖະບານຜ່ານຕະ ຫຼາດຫຼັກຊັບລາວ ໃນຈໍານວນ 1.700 ຕື້ກີບ ໄດ້ສໍາເລັດການຈໍາໜ່າຍແລ້ວປະມານ 412,57 ຕື້ກີບ, ສ່ວນທີ່ຍັງເຫຼືອປະມານ 1.200 ຕື້ກວ່າ ກີບນີ້ ຈະສືບຕໍ່ຈໍາໜ່າຍຕື່ມໃຫ້ແກ່ຫົວໜ່ວຍ ທຸລະກິດ, ຜູ້ປະກອບການລວມທັງນັກລົງທຶນ ພາຍໃນ ແລະ ຕ່າງປະເທດທີ່ສົນໃຈກ່ຽວກັບພັນ ທະບັດຂອງລັດຖະບານ ຊຶ່ງການຈໍາໜາຍງວດທີ 2 ນີ້ ແມ່ນຈະເລີ່ມຂາຍໃນອາທິດໜ້າເປັນຕົ້ນໄປ ເຊື່ອວ່າ ຈະຂາຍໜົດໃນປີໜ້າ, ນັກລົງທຶນສາ ມາດຈອງຊື້ຂັ້ນຕໍ່າຫົວໜ່ວຍລະ 1 ລ້ານກີບ.

ສໍາລັບລາຄາຂາຍຫົວໜ່ວຍລະ 1 ລ້ານກີບ ໂດຍໄດ້ແບ່ງພັນທະບັດອອກເປັນ 6 ປະເພດ ຄື: ອາຍຸ 3 ປີ ອັດຕາດອກເບ້ຍ 6,8%, ອາຍຸ 5 ປີ ອັດຕາດອກເບ້ຍ 6,95%, ອາຍຸ 7 ປີ ອັດຕາດອກເບ້ຍ 7,20%, ອາຍຸ 10 ປີ ອັດຕາດອກເບ້ຍ 7,50%, ອາຍຸ 15 ປີ ອັດຕາດອກເບ້ຍ 7,70%, ອາຍຸ 20 ປີ ອັດຕາດອກເບ້ຍ 8,00%, ສ່ວນການຈ່າຍເງິນດອກເບ້ຍແມ່ນຈ່າຍ 2 ຄັ້ງຕໍ່ປີ.

ຂ່າວ : ສົມພາວັນ

ພາບ : Somsavine

Related Articles

Leave a Reply