ເມື່ອບໍ່ດົນມານີ້ ຫ້ອງການ ກະຊວງໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການ ກ່ຽວກັບ ການຄຸ້ມຄອງ ແລະ ກຳນົດເວລາ ເຂົ້າ-ອອກຕົວເມືອງ ສໍາລັບລົດຂົນສົ່ງສິນຄ້າ ຂະໜາດໃຫຍ່ ທີ່ມີຈຳນວນ 10 ລໍ້ຂຶ້ນໄປ ທີ່ເຂົ້າມາຮັບ ແລະ ສົ່ງສິນຄ້າ ປະເພດຕ່າງໆ ໃນຕົວເມືອງ.
ການອອກແຈ້ງການນີ້ແມ່ນເພື່ອເຮັດໃຫ້ສະພາບການສັນຈອນຕາມທ້ອງຖະໜົນໃນຕົວເມືອງ ມີຄວາມເປັນລະບຽບຮຽບຮ້ອຍ, ຫຼຸດ ຜ່ອນການຈະລາຈອນແອອັດ, ການເກີດອຸບັດເຫດ ແລະ ເພື່ອຄວາມເປັນເອກະພາບໃນການຄຸ້ມຄອງ ແລະ ການ ກຳນົດເວລາ ເຂົ້າ-ອອກ ຕົວເມືອງ ສໍາລັບລົດຂົນສົ່ງສິນຄ້າ ຂະໜາດໃຫຍ່.
ໃນແຈ້ງການລະບຸວ່າບໍ່ອະນຸຍາດໃຫ້ລົດຂົນສົ່ງສິນຄ້າ ເຂົ້າ-ອອກ ຕົວເມືອງ ແຕ່ວັນຈັນ ຫາ ວັນສຸກ ໃນຊົ່ວໂມງຮີບດ່ວນ ຕອນເຊົ້າ ເລີ່ມແຕ່ເວລາ 07:00-08:30 ໂມງ, ຕອນທ່ຽງ ເລີ່ມ ແຕ່ເວລາ 12:00 ຫາ 13:30 ແລະ ຕອນແລງ ເລີ່ມແຕ່ເວລາ 16:00-18:00 ໂມງ. ກໍລະນີ ຫາກມີ ການລະເມີດ ຈະຕ້ອງປະຕິບັດມາດຕະການຕາມ ມາດຕາ 40 ຂອງດໍາລັດ ວ່າດ້ວຍ ການປັບໃໝ ແລະ ມາດ ຕະການອື່ນຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບ ການຈະລາຈອນທາງບົກ ສະບັບເລກທີ 568/ລບ, ລົງວັນທີ 16 ກັນຍາ 2021.
ມອບໃຫ້ ພະແນກໂຍທາທິການ ແລະ ຂົນສົ່ງ ບັນດາແຂວງ, ນະຄອນຫຼວງວຽງຈັນ ກຳນົດຈຸດລໍຖ້າລົດຂົນສົ່ງ ສິນຄ້າ, ອອກແບບປ້າຍເຕືອນ ພ້ອມທັງກຳນົດຈຸດຕິດຕັ້ງປ້າຍຂະໜາດໃຫຍ່ (Truck Ban Overhang Sign) ຕາມມາດຕະຖານທີ່ຄັດຕິດມາພ້ອມ ແລະ ກຳນົດເສັ້ນທາງ ແລ່ນລົດຂົນສົ່ງສິນຄ້າ ສໍາລັບເຂົ້າ-ອອກ ຕົວເມືອງ ໂດຍສົມທົບກັບ ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ແຂວງ, ນະຄອນຫຼວງວຽງຈັນ ແລະ ອົງການປົກຄອງທ້ອງຖີ່ນ ໃຫ້ແທດເໝາະ ກັບສະພາບການຈະລາຈອນຕົວຈິງໃນແຕ່ລະເຂດ, ພ້ອມທັງສ້າງຄູ່ມືແນະນໍາ ການຄຸ້ມຄອງ ການເຂົ້າ-ອອກ ຕົວເມືອງ ຂອງລົດຂົນສົ່ງສິນຄ້າແຕ່ລະປະເພດ ໃຫ້ເໝາະສົມຕາມສະພາບຕົວຈິງ ຂອງແຕ່ລະ ເຂດ ເພື່ອໃຫ້ຜູ້ປະກອບການຂົນສົ່ງ, ພາກສ່ວນທີ່ກ່ຽວຂ້ອງ ຮັບຮູ້ ແລະ ເຂົ້າໃຈ.
ກໍລະນີ ຫາກມີຄວາມຈໍາເປັນ ນໍາໃຊ້ລົດຂົນສົ່ງສິນຄ້າ ຂະໜາດໃຫຍ່ ແຕ່ 10 ລໍ້ຂຶ້ນໄປ ໃນການຂົນສົ່ງສິນຄ້າ ຂະໜາດໃຫຍ່ ທີ່ບໍ່ສາມາດແຍກຊິ້ນສ່ວນອອກຈາກກັນໄດ້ ຫຼື ສິນຄ້າທີ່ບໍ່ສາມາດຄ່ຽນຖ່າຍໄດ້ ເປັນຕົ້ນ: ຊີ້ນ ສ່ວນອຸປະກອນສໍາລັບອາຄານກໍ່ສ້າງ, ເຫຼັກໂຄງສ້າງສໍາເລັດຮູບ, ເບຕົງຫຼໍ່ສໍາເລັດຮູບ, ສິ່ງເສດເຫຼືອຈາກການທຸບ ມ້າງອາຄານ, ຢາປົວພະຍາດ ແລະ ສິນຄ້າທີ່ແຕກຫັກງ່າຍ. ກ່ອນຈະນໍາເຂົ້າ ກໍລະນີເປັນລົດຂົນສົ່ງ ທີ່ນໍາໃຊ້ລົດ ປ້າຍທະບຽນ ລາວ ຕ້ອງສະເໜີ ຂໍອະນຸຍາດ ຈາກຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງ, ນະຄອນ ຫຼື ພະ ແນກ ໂຍທາທິການ ແລະ ຂົນສົ່ງ ແຂວງ, ນະຄອນຫຼວງວຽງຈັນ ຕາມຄວາມເໝາະສົມ. ກໍລະນີ ນໍາໃຊ້ລົດ ຂົນສົ່ງສິນຄ້າ ທີ່ເປັນລົດຂົນສົ່ງຕ່າງປະເທດ ຕ້ອງສະເໜີ ຫາກົມຂົນສົ່ງ, ກະຊວງ ໂຍທາທິການ ແລະ ຂົນສົ່ງ ພາຍຫຼັງໄດ້ຮັບອະນຸຍາດແລ້ວ ຈຶ່ງແຈ້ງຕໍ່ ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ແຂວງ, ນະຄອນຫຼວງວຽງຈັນ ເພື່ອອຳ ນວຍຄວາມສະດວກໃຫ້ລົດຂົນສົ່ງ.
ພາບ-ຂ່າວ: ພ້ອມພົງ

