ມວນຊົນຫຼາຍພັນຄົນຮ່ວມກິດຈະກໍາຍ່າງເພື່ອສຸຂະພາບ ສະເຫຼີມສະຫຼອງວັນກໍາມະກອນສາກົນ

ໃນຕອນເຊົ້າວັນທີ 1 ພຶດສະພານີ້, ມວນຊົນຫຼາຍພັນຄົນລວມທັງ ພະນັກງານ, ທະຫານ, ແລະ ຕໍາຫຼວດໄດ້ເຂົ້າຮ່ວມກິດຈະກໍາຍ່າງເພື່ອສຸຂະ ພາບ ຢູ່ທີ່ສວນປະຕູໄຊ ນະຄອນຫຼວງວຽງຈັນ ເພື່ອສະເຫຼີມສະຫຼອງ ວັນກໍາມະກອນສາກົນ ຄົບຮອບ 140 ປີ. 

ໃນພິທີດັ່ງກ່າວ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ກິແກ້ວ ໄຂຄຳພິທູນ, ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ແລະ ອົງການຈັດຕັ້ງສາກົນປະຈໍາລາວ ເຂົ້າຮ່ວມ.

 ໃນພິທີ, ທ່ານ ວິໄລ ວົງຂະເສີມ ຮອງປະທານ ຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ກ່າວວ່າ: ການສະເຫຼີມສະຫຼອງປີນີ້ ບໍ່ພຽງແຕ່ເປັນການທົບທວນຄືນປະຫວັດສາດຄວາມເປັນມາຂອງການກຳເນີດວັນກຳມະກອນສາກົນກ່ອນນີ້140 ປີ ທີ່ທວງໃຫ້ກຳມະກອນຕ້ອງໄດ້  “ເຮັດວຽກ 8 ຊົ່ວໂມງ” ເທົ່ານັ້ນ ແຕ່ຍັງເປັນການຍົກລະດັບຄວາມຮູ້ດ້ານ ວິທະຍາສາດ-ເຕັກໂນໂລຊີ ໃຫ້ແກ່ກຳມະກອນລາວ ເພື່ອເປັນກຳລັງຫຼັກໃນການຂັບເຄື່ອນເສດຖະກິດ-ສັງຄົມຂອງຊາດຢ່າງເຂັ້ມແຂງ. ທ່ານຍັງກ່າວວ່າ,  ສໍາລັບ ສປປ ລາວ, ກິດຈະກໍາຍ່າງເພື່ອສຸຂະພາບໃນຄັ້ງນີ້ ບໍ່ພຽງແຕ່ເປັນການລະນຶກເຖິງວັນສໍາຄັນດັ່ງກ່າວ, ແຕ່ຍັງເປັນການປຸກລະດົມໃຫ້ສັງຄົມ ແລະ ຫົວໜ່ວຍທຸລະກິດ ເພີ່ມທະວີການເອົາໃຈໃສ່ພັດທະນາສີມືແຮງງານລາວໃຫ້ເຂັ້ມແຂງ ພ້ອມທັງປົກປ້ອງສິດຜົນປະໂຫຍດ ແລະ ຮັບປະກັນລາຍຮັບທີ່ເປັນທໍາໃຫ້ແກ່ຜູ້ອອກແຮງງານກັບການພັດທະນາປະເທດຊາດໃນໄລຍະໃໝ່.

 ນອກຈາກກິດຈະກຳຍ່າງມະຫາຊົນເພື່ອສຸຂະພາບແລ້ວ ຍັງຈະສ້າງຂະບວນການແຂ່ງຂັນສີມືແຮງງານ, ບໍລິຈາກເລືອດຊ່ວຍເຫຼືອສັງຄົມ, ແຂ່ງຂັນກິລາ-ສິລະປະ ແລະ ກິດຈະກຳຖາມ-ຕອບຄວາມຮູ້ ຢູ່ຕາມຫົວໜ່ວຍແຮງງານທົ່ວປະເທດ.

ຂ່າວ: ພ້ອມພົງ

ພາບ: CMG FM93

Related Articles

Leave a Reply