ກອງປະຊຸມຮັບຮອງເນື້ອໃນປື້ມວັດຈະນານຸກົມພາສາລາວ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້, ທີ່ຫ້ອງປະຊຸມສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ນະຄອນຫວງວຽງຈັນ.
ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ປອ ພັນຄຳ ວິພາວັນ, ທີ່ປຶກສາຄະນະຮັບຜິດຊອບໂຄງການຄົ້ນຄວ້າຮຽບຮຽງ ວັດຈະນານຸກົມພາສາລາວ.
ໂອກາດນີ້, ທ່ານ ປອ ນາງ ດາລາວອນ ກິດຕິພັນ ກ່າວວ່າ: ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນກວດກາ, ພິຈາລະນາ ແລະ ຮັບຮອງເອົາເນື້ອໃນອັນເປັນໝາກຜົນຂອງການຄົ້ນຄວ້າຢ່າງເປັນທາງການ ຊຶ່ງການສ້າງວັດຈະນານຸກົມຫົວນີ້ ແມ່ນບາດກ້າວທີ່ສຳຄັນໃນການຮັກສາ, ພັດທະນາ ແລະ ເປັນບ່ອນອີງທີ່ເປັນເອກະພາບ ໃຫ້ແກ່ການຄົ້ນຄວ້າຮ່ຳຮຽນຂອງຄົນຮຸ່ນຫຼັງ.
ປຶ້ມເຫຼັ້ມນີ້ແມ່ນໝາກຜົນຂອງຄວາມມານະອົດທົນ ແລະ ການທຸ່ມເທສະຕິປັນຍາຂອງຄະນະກຳມະການຮຽບຮຽງມາເປັນເວລາດົນນານ.
ຜ່ານຂະບວນການຄົ້ນຄວ້າ, ລົງເກັບກຳຂໍ້ມູນ, ວິໄຈ ແລະ ກວດແກ້ຢ່າງລະອຽດຖີ່ຖ້ວນ ຫຼາຍຂັ້ນຫຼາຍຕອນ ນັບຕັ້ງແຕ່ຂັ້ນຕອນກະກຽມເກັບກໍາຂໍ້ມູນ ແລະ ສ້າງໂຄງຮ່າງປຶ້ມ ໃນເດືອນກໍລະກົດ ປີ 2022 ເປັນຕົ້ນມາ ຜ່ານໄລຍະການຮິບໂຮມ, ຄັດເລືອກປະມວນຄໍາສັບ ແລະ ຮຽບຮຽງຂັ້ນບຸກຄົນ, ກວດຜ່ານໃນກຸ່ມ, ກວດແກ້ຈາກຄະນະກວດແກ້ ແລະ ກວດພິສູດອັກສອນ, ໄດ້ຜ່ານຂະບວນການປັບປຸງຄືນຫຼາຍຫຼົບຫຼາຍຕ່າວ ເພື່ອໃຫ້ໄດ້ເນື້ອໃນທີ່ຖືກຕ້ອງຕາມຫຼັກການວິທະຍາສາດ ແລະ ແທດເໝາະກັບຍຸກສະໄໝ.
ປັດຈຸບັນ ໄດ້ສໍາເລັດການສ້າງຕົ້ນສະບັບປຶ້ມທີ່ສາມາດນໍາມາຜ່ານຄະນະກໍາມະການຮັບຮອງ ທີ່ມີເນື້ອໃນຫຼັກ ຈໍານວນ 1,200 ໜ້າ, ນອກນັ້ນກໍຍັງມີເອກະສານພາກຜະໜວກ ພາກເພີ່ມເຕີມທີ່ສໍາຄັນປະກອບຕື່ມອີກຈໍານວນໜຶ່ງ.
ໂອກາດດຽວກັນ, ທ່ານ ປອ ພັນຄຳ ວິພາວັນ ໄດ້ກ່າວວ່າ: ກະຊວງສຶກສາທິການ ແລະ ກິລາ, ນັກຄົ້ນຄວ້າ, ບັນດາອາຈານພາສາລາວ ພະຍາຍາມປັບປຸງຫຼັກການນໍາໃຊ້ພາສາລາວ ແລະ ວັດຈະນານຸກົມພາສາລາວ ຄັ້ງນີ້, ເປັນການສືບຕໍ່ການປະຕິວັດຂອງປະເທດເຮົາໃນໄລຍະໃໝ່ ຄືການປົກປັກຮັກສາເອກະລາດ ແລະ ພັດທະນາປະເທດຊາດ.
ກ່ຽວກັບການນໍາໃຊ້ໃນຂັ້ນຕໍ່ໄປ, ຂໍໃຫ້ອີງໃສ່ຫຼັກການນໍາໃຊ້ພາສາລາວ ກໍຄືວັດຈະນານຸກົມ ສະບັບນີ້ເປັນຫຼັກ ຊຶ່ງວັດຈະນານຸກົມມີຂໍ້ມູນອັນໜັກແໜ້ນ, ຮາກຄໍາ, ປະຫວັດຄໍາ ແລະ ທີ່ມາຂອງຄໍາກ່ຽວກັບຄໍາສັບນັ້ນໆ. ພ້ອມນີ້, ຍັງຮູ້ເຖິງຮີດຄອງປະເພນີທາງສາສະໜາຕ່າງໆ.

