ນາຍົກ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ທີ່ປະເທດ ຟີລິບປິນ

ນາຍົກ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ທີ່ປະເທດ ຟີລິບປິນ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ເຊິ່ງໄດ້ມີພິທີເປີດຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 8 ພຶດສະພາ 2026 ທີ່ ເຊບູ ປະເທດ ຟີລິບປິນ.

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ຄັ້ງນີ້ ໂດຍການເປັນປະທານຂອງ ທ່ານ ເຟີດິນານ ມາຄອດຈູເນຍ ປະທານາທິບໍດີ ແຫ່ງ ສາທາລະນະລັດ ຟີລິບປິນ ໃນນາມປະທານອາຊຽນ 2026 ພາຍໃຕ້ຄໍາຂວັນ ”ການນໍາທາງອະນາຄົດຂອງອາຊຽນຮ່ວມກັນ”, ໂດຍການເຂົ້າຮ່ວມຂອງຜູ້ນໍາຂອງປະເທດສະມາຊິກຊຽນ, ຕາງຫນ້າຄະນະຜູ້ແທນ ແລະ ເລຂາທິການໃຫຍ່ອາຊຽນ.

ພາຍຫຼັງສໍາເລັດການເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສືບຕໍ່ນໍາພາຄະນະຜູ້ແທນຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ແບບຄົບຄະນະ ແລະ ແບບວົງແຄບ.

ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ແບບຄົບຄະນະ, ບັນດາຜູ້ນໍາອາຊຽນ ໄດ້ຮັບຊາບຄວາມຄືບໜ້າໃນການຈັດຕັ້ງປະຕິບັດບັນດາບູລິມະສິດສໍາລັບການເປັນປະທານອາຊຽນຂອງ ຟິລິບປິນ, ລວມທັງຄວາມຄືບໜ້າຂອງການສ້າງປະຊາຄົມອາຊຽນ, ໂດຍສະເພາະ ອາຊຽນ ໄດ້ເລີ່ມຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045, ລວມທັງແຜນຍຸດທະສາດຂອງທັງສາມເສົາຄ້ຳປະຊາຄົມອາຊຽນ ແລະ ແຜນຍຸດທະສາດການເຊື່ອມຈອດອາຊຽນ. ພ້ອມນີ້, ກອງປະຊຸມຍັງໄດ້ແລກປ່ຽກຄຳຄິດຄຳເຫັນ ກ່ຽວກັບ ການຮັບປະກັນຄວາມໝັ້ນຄົງດ້ານພະລັງງານຂອງພາກພື້ນ, ສະຖຽນລະພາບຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ຄວາມປອດໄພຂອງປະຊາຊົນອາຊຽນ ທ່າມກາງສະພາບການຄວາມຂັດແຍ່ງທີ່ເກີດຂຶ້ນໃນປັດຈຸບັນຢູ່ບາງພາກພື້ນ, ໂດຍສະເພາະ ສະພາບການໃນຕາເວັນອອກກາງ ອັນໄດ້ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ເສດຖະກິດຂອງພາກພື້ນ ແລະ ໃນໂລກ.

ກອງປະຊຸມ ໄດ້ເຫັນດີຮັບຮອງເອົາບັນດາຖະແຫຼງການ ແລະ ເອກະສານທີ່ສຳຄັນ ເປັນຕົ້ນແມ່ນ ຖະແຫຼງການຜູ້ນຳອາຊຽນ ວ່າດ້ວຍ ການຮ່ວມມືທາງທະເລ, ຖະແຫຼງການຜູ້ນຳອາຊຽນ ວ່າດ້ວຍ ການຮັບມືກັບວິກິດການໃນຕາເວັນອອກກາງ ແລະ ອື່ນໆ ເພື່ອເປັນພື້ນຖານໃຫ້ແກ່ອາຊຽນໃນການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ປະຊາຄົມອາຊຽນ.

ສຳລັບ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ແບບວົງແຄບ, ບັນດາຜູ້ນໍາອາຊຽນ ໄດ້ປຶກສາຫາລື ກ່ຽວກັບສະພາບການໃນພາກພື້ນ ແລະ ສາກົນ, ລວມທັງຄວາມອາດສາມາດຂອງອາຊຽນໃນການຄຸ້ມຄອງ ແລະ ຫຼຸດຜ່ອນຜົນກະທົບຂອງການສະໜອງນໍ້າມັນ ແລະ ການເໜັງຕີງຂອງລາຄານໍ້າມັນ ຊື່ງເປັນຜົນກະທົບມາຈາກຄວາມຂັດແຍ່ງທາງດ້ານພູມສາດການເມືອງ ເພື່ອຖອດຖອນບົດຮຽນທີ່ໄດ້ຈາກວິກິດການຕ່າງໆໃນພາກພື້ນ ແລະ ໃນໂລກ. ໃນນີ້, ຜູ້ນໍາອາຊຽນ ໄດ້ເນັ້ນຄວາມສໍາຄັນ ໃນການເລັ່ງລັດການໃຫ້ສັດຕະຍາບັນຂໍ້ຕົກລົງອາຊຽນວ່າດ້ວຍຄວາມໝັ້ນຄົງດ້ານນໍ້າມັນປິໂຕຣລຽມ, ເຄືອຂ່າຍພະລັງງານອາຊຽນ ແລະ ທໍ່ສົ່ງແກັສອາຊຽນ ໃຫ້ປະກົດຜົນເປັນຈິງ ເພື່ອຮັບປະກັນຄວາມສ່ຽງທີ່ອາດເກີດຂຶ້ນໃນຕໍ່ໜ້າ. ພ້ອມກັນນັ້ນ, ກໍຊຸກຍູ້ໃຫ້ເພີ່ມທະວີການຮ່ວມມືຂອງບັນດາຂະແໜງການທີ່ກ່ຽວຂ້ອງຂອງອາຊຽນ ໂດຍສະເພາະຂະແໜງການພະລັງງານ, ການຄ້າ, ກະສິກໍາ ແລະ ສິ່ງແວດລ້ອມ  ແລະ ຂະແໜງການອື່ນໆທີ່ກ່ຽວຂ້ອງເພື່ອກຽມຄວາມພ້ອມໃນການຮັບມືກັບວິກິດການດ້ານພະລັງງານ ແລະ ສະບຽງອາຫານໃນອະນາຄົດ.

ໃນວັນດຽວກັນ, ທ່ານ ສອນໄຊ ສີພັນດອນ ຍັງໄດ້ເຂົ້າຮ່ວມອາຫານເຊົ້າແບບເຮັດວຽກລະຫວ່າງ 3 ນາຍົກລັດຖະມົນຕີ ລາວ-ຫວຽດນາມ-ກໍາປູເຈຍ ເພື່ອປຶກສາຫາລື ແລະ ຊຸກຍູ້ການພົວພັນຮ່ວມມືລະຫວ່າງ 3 ປະເທດ, ແລະ ໄດ້ພົບປະສອງຝ່າຍກັບ ທ່ານນາຍົກລັດຖະມົນຕີ ສສ ຫວຽດນາມ, ທ່ານປະທານາທິບໍດີຟິລິບປິນ ແລະ ທ່ານນາຍົກລັດຖະມົນຕີມາເລເຊຍເພື່ອສືບຕໍ່ຊຸກຍູ້ ແລະ ສົ່ງເສີມການຮ່ວມມືສອງຝ່າຍ.

ຂ່າວຈາກ: ກົມການຂ່າວ

Related Articles

Leave a Reply