ເຊກອງ ຮັບຮອງເອົາໄຟຟ້າພະລັງງານລົມ ເປັນສັນຍາລັກໂລໂກ້ ແລະ ປາຫວ່າຄຳ ເປັນສັນຍາລັກສັດນຳໂຊກໃນງານກິລານັກຮຽນ ຄັ້ງທີ VIII  2027

ເຊກອງ ຮັບຮອງເອົາໄຟຟ້າພະລັງງານລົມ ເປັນສັນຍາລັກໂລໂກ້ ແລະ ປາຫວ່າຄຳ ເປັນສັນຍາລັກສັດນຳໂຊກໃນງານກິລານັກຮຽນ ຄັ້ງທີ VIII  2027

ແຂວງເຊກອງ ເຈົ້າພາບຈັດງານມະຫາກໍາກິລານັກຮຽນມັດທະຍົມ ທົ່ວປະເທດ ຄັ້ງທີ VIII 2027 ໄດ້ກໍານົດເອົາ “ໄຟຟ້າພະລັງງານລົມ” ທີ່ເມືອງດາກຈຶງ ຊຶ່ງເປັນໂຄງການແຫ່ງທໍາອິດຂອງປະເທດລາວ ແລະ ເປັນໂຄງການທີ່ໃຫຍ່ທີ່ສຸດໃນຂົງເຂດອາຊີຕາເວັນອອກ ສ່ຽງໃຕ້ ເປັນສັນຍາລັກໂລໂກ້ ແລະ “ປາຫວ່າຄໍາ” ລອຍຫຼິ້ນຕາມສາຍນໍ້າເຊກອງ ເປັນສັດນໍາໂຊກຂອງງານກິລານັກຮຽນ ຄັ້ງນີ້.

ໃນວັນທີ 13 ພຶດສະພາ 2026 ທີ່ແຂວງເຊກອງ ໄດ້ຈັດກອງປະຊຸມຄະນະຮັບຜິດຊອບລະດັບຊາດ ຄັ້ງທີ I ເພື່ອຊຸກຍູ້ການກະກຽມຄວາມພ້ອມໃນການເປັນ ເຈົ້າພາບງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VIII 2027 ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານ ຄຳໄພ ສິມມາວັດ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງເຊກອງ ລາຍງານວ່າ: ພາຍຫຼັງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ມອບທຸງງານ ມະຫາກຳກິລານັກຮຽນໃຫ້ແຂວງເຊກອງ ສືບຕໍ່ເປັນເຈົ້າພາບ ຈັດຕັ້ງປະຕິບັດ ຄັ້ງທີ VIII ໃນປີ 2027.

ຈາກນັ້ນ ກໍໄດ້ຂໍທິດຊີ້ນຳຈາກການນຳແຂວງ ແລະ ປະສານສົມສົມກັບພາກສ່ວນກ່ຽວຂ້ອງ ເພື່ອພ້ອມກັນວາງແຜນກະກຽມຄວາມພ້ອມຮອບດ້ານ ຊຶ່ງມາຮອດປະຈຸບັນ ໄດ້ສຳເລັດອອກຂໍ້ຕົກລົງ ຂອງເຈົ້າແຂວງ ສະບັບເລກທີ 366/ຊກ, ລົງວັນທີ 23 ຕຸລາ 2024 ວ່າດ້ວຍຮັບຮອງເອົາໄຟຟ້າພະລັງງານລົມ ຫຼື ກັງຫັນລົມ ເປັນສັນຍາລັກໂລໂກ້, ປາຫວ່າຄຳ ເປັນສັນຍາລັກສັດນຳໂຊກ, ອອກຂໍ້ຕົກລົງ ເລກທີ 31/ຊກ, ລົງວັນທີ 12 ມີນາ 2025 ວ່າດ້ວຍຮັບຮອງເອົາຈຳນວນ 13 ປະເພດກິລາ ບັນຈຸເຂົ້າໃນການແຂ່ງຂັນ: ແລ່ນ-ລານ, ກິລາບານເຕະ, ບານສົ່ງໃນຮົ່ມ ແລະ ຫາດຊາຍ, ບານບ້ວງ, ເປຕັງ, ກະຕໍ້, ໜ້າເກັກ, ໝາກເສິກ, ປິ່ງປ່ອງ, ດອກປີກໄກ່, ໝາກແລ້, ເທັກຄວັນໂດ ແລະ ກິລາດຶງເຊືອກ ຊຶ່ງຈະມີການຊິງຫຼຽນລາງວັນ ທັງໝົດ 456 ຫຼຽນ, ໃນນັ້ນ ມີ 135 ຫຼຽນຄຳ, 135 ຫຼຽນເງິນ, 186 ຫຼຽນທອງ.

ສໍາລັບ ງານມະຫາກໍາກິລານັກຮຽນມັດທະຍົມທົ່ວປະເທດ ຄັ້ງທີ VII 2024 ທີ່ແຂວງສາລະວັນ ທີ່ຈັດຂຶ້ນໃນລະຫວ່າງວັນທີ 13-22 ທັນວາ 2024 ຊຶ່ງຜ່ານການແຂ່ງຂັນແມ່ນນະຄອນຫຼວງວຽງຈັນ ໄດ້ເປັນເຈົ້າຫຼຽນຄໍາ ຍາດໄດ້ 26 ຫຼຽນຄຳ, 21ຫຼຽນເງິນ ແລະ 29 ຫຼຽນທອງ ລວມທັງໝົດ 76 ຫຼຽນ.

ອັນອັບ 2 ແຂວງຈຳປາສັກ ຍາດໄດ້ 20 ຫຼຽນຄຳ, 20 ຫຼຽນເງິນ ແລະ 20 ຫຼຽນທອງ ລວມທັງໝົດ 60 ຫຼຽນ. ອັນລັບ 3 ແຂວງສາລະວັນ (ເຈົ້າພາບ) ສາມາດ 12 ຫຼຽນຄຳ, 12 ຫຼຽນເງິນ ແລະ 16 ຫຼຽນທອງ ລວມທັງໝົດ 48 ຫຼຽນ. ສ່ວນ ອັນດັບ 16 ແຂວງເຊກອງ ຍາດໄດ້ 1 ຫຼຽນຄຳ, 6 ຫຼຽນເງິນ ແລະ 1 ຫຼຽນທອງ ລວມ 8 ຫຼຽນ  ແລະ ແຂວງ ອື່ນໆ ຕາມລໍາລັບ ໃນງານກິລາຄັ້ງນີ້.

ຂ່າວ: ແຂວງເຊກອງ

Related Articles

Leave a Reply