ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ແຫ່ງ ສປປ ລາວ ແລະ ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 12 ພຶດສະພາ 2026 ຜ່ານ ມານີ້, ຢູ່ນະຄອນຫຼວງວຽງຈັນ, ຄະນະຜູ້ແທນຝ່າຍລາວ ນຳໂດຍທ່ານ ນາງ ສວນສະຫວັນ ວິຍະເກດ ກຳມະ ການສູນກາງພັກ ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ; ຝ່າຍຫວຽດນາມນຳໂດຍ
ທ່ານນາງ ເລິມ ທິ ເຟືອງ ແທງ ກໍາມະການສູນກາງພັກ ລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ, ມີຄະນະຜູ້ແທນຝ່າຍລາວ ແລະ ຫວຽດນາມ ເຂົ້າຮ່ວມ.
ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ກ່າວວ່າ: ການພົບປະຄັ້ງນີ້, ເພື່ອປຶກສາຫາລື ສືບຕໍ່ລົງນາມແຜນການ ຮ່ວມມືສອງຝ່າຍສະບັບໃໝ່ລະຫວ່າງ ສອງກະຊວງ ແນໃສ່ປະກອບສ່ວນເຂົ້າໃນການເສີມສ້າງສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວໃຫ້ນັບມື້ນັບແໜ້ນແຟ້ນ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ. ໃນໄລຍະຜ່ານມາ, ເວົ້າລວມ, ເວົ້າສະເພາະ ໃນຂົງເຂດວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວໃນເມື່ອກ່ອນ ກໍຄື ວຽກງານ ວທ ໃນປັດຈຸບັນ ຖືໄດ້ວ່າສອງກະຊວງໄດ້ມີການ ປະສານສົມທົບກັນຢ່າງໃກ້ຊິດ ແລະ ຕໍ່ເນື່ອງ ເຮັດໃຫ້ການປະຕິບັດໜ້າທີ່ການເມືອງທີ່ຂັ້ນເທິງມອບໝາຍ ໃຫ້ໄດ້ຮັບຜົນສໍາເລັດເປັນກ້າວໆມາ. ພ້ອມທັງຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນໃນການຈັດຕັ້ງປະຕິບັດການຮ່ວມ ມືສອງຝ່າຍ ດ້ານວັດທະນະທໍາ ແລະ ການທ່ອງທ່ຽວຂອງສອງກະຊວງໃນໄລຍະ 5 ປີຜ່ານມາ (2021-2025) ເປັນຕົ້ນ ດ້ານວັດທະນະທໍາ ແລະ ວຽກງານການທ່ອງທ່ຽວ.
ທ່ານ ນາງ ສວນສະຫວັນ ວິຍະເກດ ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ບົນຈິດໃຈສາຍພົວພັນມິດຕະພາບອັນ ຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດຂອງສອງຊາດເຮົາ, ໝາກຜົນຂອງການພົບປະຄັ້ງນີ້, ຈະເປັນບ່ອນອີງໃຫ້ສອງຝ່າຍ ກໍຄືສອງກະຊວງ ເພື່ອຊຸກຍູ້ການຮ່ວມມືສອງ ຝ່າຍດ້ານ ວທ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດເໝາະກັບຕົວຈິງ ແລະ ມີປະສິດທິຜົນຍິ່ງຂຶ້ນ ແນໃສ່ ປະກອບສ່ວນຢ່າງແຂງແຮງເຂົ້າໃນການລຶບລ້າງຄວາມທຸກຍາກ ກໍຄື ການພັດທະນາເສດຖະກິດ-ສັງຄົມ ຂອງສອງປະເທດໃຫ້ດີຂຶ້ນເລື້ອຍໆ.
ທ່ານ ນາງ ເລິມ ທິ ເຟືອງ ແທງ ໄດ້ຕີລາຄາສູງຕໍ່ການຮ່ວມມືອັນມີປະສິດທິຜົນ ລະຫວ່າງສອງກະຊວງ ໃນຫຼາຍປີຜ່ານມາ, ຊຶ່ງສອງຝ່າຍໄດ້ປະສານສົມທົບຈັດຕັ້ງຫຼາຍກິດຈະກໍາດ້ານວັດທະນະທໍາ ແລະ ສິລະປະ ຢ່າງຄຶກຄື້ນ ເຊັ່ນ: ສັບປະດາວັດທະນະທໍາຫວຽດນາມຢູ່ລາວ, ສັບປະດາວັດທະນະທໍາລາວຢູ່ຫວຽດນາມ, ງານບຸນມະໂຫລານແລກປ່ຽນວັດທະນະທໍາ, ກິລາ ແລະ ທ່ອງທ່ຽວເຂດຊາຍແດນຫວຽດນາມ-ລາວ, ຄ້າຍສ້າງ ສັນປະຕິມາກໍາຫວຽດນາມ-ລາວ, ການເຂົ້າຮ່ວມບັນດາງານມະໂຫລານ ວັດທະນະທໍາ-ສິລະປະສາກົນ ຢູ່ ຫວຽດນາມ. ບັນດາກິດຈະກໍາດ້ານວັດທະນະທໍາ ແລະ ສິລະປະດັ່ງກ່າວ, ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນການ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະຍາດ ລະຫວ່າງຫວຽດນາມ-ລາວໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
ແຫຼ່ງຂ່າວຈາກ: ປະຊາຊົນ

