ໄລຍະວັນທີ 4-11 ພຶດສະພາ 2026 ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງບໍ່ແກ້ວ ໄດ້ມ້າງກຸ່ມແກ້ງຄໍເຊັນເຕີ ຢູ່ເມືອງຫ້ວຍຊາຍ ແລະ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ທັງໝົດ 230 ຄົນ ມີທັງໝົດ 6 ສັນຊາດ ຄື: ສັນຊາດລາວ, ຈີນ, ມຽນມາ, ຟີລິບປິນ, ມາເລເຊຍ ແລະ ອິນໂດເນເຊຍ.
ອີງຕາມລາຍງານຈາກ ປກສ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ວັນທີ 4 ພຶດສະພາ 2026 ສາມາດຈັບກຸ່ມແກ້ງຄໍເຊັນເຕີ ຢູ່ເມືອງຫ້ວຍຊາຍ ໄດ້ທັງໝົດ 47 ຄົນ ໃນນີ້, ສັນຊາດຈີນ 36 ຄົນ, ຍິງ 1 ຄົນ; ສັນຊາດມຽນມາ 11 ຄົນ, ຍິງ 2 ຄົນ.
ວັນທີ 5 ພຶດສະພາ 2026 ສາມາດຈັບກຸ່ມແກ້ງຄໍເຊັນເຕີ ຢູ່ເມືອງຫ້ວຍຊາຍ ໄດ້ທັງໝົດ 24 ຄົນ ໃນນີ້, ສັນຊາດຈີນ 17 ຄົນ, ຍິງ 1 ຄົນ; ສັນຊາດມຽນມາ 7 ຄົນ, ຍິງ 4 ຄົນ
ວັນທີ 11 ພຶດສະພາ 2026 ສາມາດຈັບກຸ່ມແກ້ງຄໍເຊັນເຕີ ຢູ່ເມືອງຕົ້ນເຜິ້ງ ໄດ້ທັງໝົດ 159 ຄົນ ໃນນີ້, ສັນຊາດລາວ 106 ຄົນ, ຍິງ 43 ຄົນ, ສັນຊາດຈີນ 9 ຄົນ, ສັນຊາດມຽນມາ 34 ຄົນ, ຍິງ 11 ຄົນ, ສັນຊາດມາເລເຊຍ 4 ຄົນ, ສັນຊາດຟີລິບປິນ 5 ຄົນ, ຍິງ 4 ຄົນ ແລະ ສັນຊາດອິນໂດເນເຊຍ 1 ຄົນ.
ຂ່າວ: ພ້ອມພົງ
ພາບ: ປກສ ບໍ່ແກ້ວ

