ໃນໄລຍະເດືອນເມສາ 2026 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 74 ຄົນ, ມີຜູ້ບາດເຈັບ 936 ຄົນ, ພາຫະນະເປ່ເພ 1,062 ຄັນ ຈາກອຸບັດເຫດເກີດຂຶ້ນທັງໝົດ 593 ຄັ້ງ ແຕ່ເມື່ອທຽບໃສ່ກັບຜູ້ເສຍຊີວິດໃນເດືອນມີນາ2026 ຫຼຸດລົງ 3 ຄົນ ຊຶ່ງມີຜູ້ເສຍຊີວິດ 71 ຄົນ.
ອີງຕາມຂໍ້ມູນການເກີດອຸບັດເຫດທົ່ວປະເທດປະຈຳເດືອນເມສາ 2026 ທີ່ຜ່ານມາ ຂອງກົມຕຳຫຼວດຈະລາຈອນ ວ່າ: ສາຍເຫດທີ່ພາໃຫ້ເກີດອຸບັດເຫດແຕ່ລະຄັ້ງ ສ່ວນໃຫຍ່ເກີດຈາກການລະເມີດກົດລະບຽບການສັນຈອນຂອງຜູ້ຂັບຂີ່ ໂດຍສະເພາະຂັບຂີ່ໄວເກີນກຳນົດ, ດື່ມສິ່ງມຶນເມົາ ແລະ ອື່ນໆ ແລະ ອຸບັດເຫດ ແມ່ນເກີດຂຶ້ນໃນກຸ່ມອາຊີບກໍາມະກອນສູງກວ່າໝູ່.
ຕໍ່ສະພາບການເກີດອຸບັດເຫດ ດັ່ງກ່າວ, ຂໍໃຫ້ຜູ້ທີ່ໃຊ້ລົດໃຊ້ຖະໜົນຕ້ອງຮ່ວມໃຈກັນປະຕິບັດກົດລະບຽບການສັນຈອນທາງບົກໃຫ້ເຄັ່ງຄັດ ມີສະຕິໃນການຂັບຂີ່ແຕ່ລະຄັ້ງ ເຊັ່ນ: ເມົາແລ້ວຫ້າມຂັບ ຂັບຂີ່ລົດຈັກຕ້ອງໃສ່ໝວກກັນກະທົບທຸກຄັ້ງ ແລະ ກວດກາສະພາບລົດໃຫ້ມີຄວາມພ້ອມ ແລ້ວຈຶ່ງອອກເດີນທາງ ບັນຫາການເກີດອຸບັດເຫດມັນຈຶ່ງຈະຫຼຸດລົງ.
ທີ່ມາ: ກົມຕຳຫຼວດຈະລາຈອນ

