ເຈົ້າໜ້າທີ່ພາສີ, ເຈົ້າໜ້າທີ່ຕຳຫຼວດ ຕມ ແລະ ເຈົ້າໜ້າທີ່ກັກກັນພືດ-ສັດ ໄດ້ກັກຕົວຊາຍສັນຊາດຫວຽດນາມ ເມື່ອມໍ່ໆມານີ້ ຢູ່ສະໜາມບິນສາກົນວັດໄຕ ຖານລັກລອບຂົນສົ່ງຊິ້ນສ່ວນສັດປ່າຫວງຫ້າມຂ້າມຊາດ.
ຊາຍສັນຊາດຫວຽດນາມດັ່ງກ່າວ ໄດ້ເດີນທາງອອກຈາກປະເທດອັງໂກລາ ໃນວັນທີ 12 ພຶດສະພາ 2026 ດ້ວຍຖ້ຽວບິນ EK 794 ຜ່ານປະເທດ ທີ 2 ແລະ ທີ 3 ເຂົ້າມາ ສປປ ລາວ ຜ່ານການກວດກາເຄື່ອງໂດຍສານດ້ວຍເຄື່ອງເອັກສະເລ (X-ray) ຂອງຖ້ຽວບິນ QV 924 ເວລາປະມານ 15:30 ນາທີ, ເຈົ້າໜ້າທີ່ໄດ້ພົບເຫັນວັດຖຸຕ້ອງສົງໄສຊຸກເຊື່ອງຢູ່ໃນຮູບປັ້ນເຄື່ອງທີ່ລະນຶກ ຈາກການກວດກາຕົວຈິງພົບເຫັນຊິ້ນສ່ວນຄ້າຍຄືສັດປ່າຫວງຫ້າມປະກອບມີຊິ້ນສວ່ນຄ້າຍຄືໜໍ່ແຮດ ຈຳນວນ 4 ອັນ, ນ້ຳໜັກ 10.1 ກິໂລກຣາມ (ລວມວັດສະດຸຫຸ້ມຫໍ່).
ທີ່ມາ: ຂ່າວສານກະສິກຳ ແລະ ສິ່ງແວດລ້ອມ

