ຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ມີການເຊັນສັນຍາສຳປະທານ (CA) ໂຄງການເຂື່ອນໄຟຟ້າເຊຂະໝານ 4 ຢູ່ເມືອງດາກຈຶງ, ແຂວງເຊກອງ ກັບບໍລິສັດ ຫຸ້ນສ່ວນໄຟຟ້າ ຫວຽດລາວ
ພິທີເຊັນສັນຍາສຳປະທານ (CA) ໂຄງການເຂື່ອນໄຟຟ້າເຊຂະໝານ 4 ຢູ່ເມືອງດາກຈຶງ, ແຂວງເຊກອງ ໃນຮູບແບບ BOT ໄດ້ຈັດຂຶ້ນໃນວັນທີ 15 ມີນາ ທີ່ຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ການລົງນາມໃນສັນຍາສຳປະທານໂຄງການດັ່ງກ່າວ ຕາງໜ້າໃຫ້ລັດຖະບານ ສປປ ລາວ ໂດຍ ທ່ານນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີ, ຮອງປະທານ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ຜູ້ປະຈຳການ ແລະ ຕາງໜ້າຝ່າຍເອກະຊົນໂດຍ ທ່ານ ຫງວຽນ ຈ້ອງ ຫຼຽວ ຜູ້ອຳນວຍການ ບໍລິສັດ ໄຟຟ້າເຊຂະໝານ 4 ຈໍາກັດຜູ້ດຽວ. ພິທີດັ່ງກ່າວໄດ້ໃຫ້ກຽດເຂົ້າຮ່ວມຂອງບັນດາ ລັດຖະມົນຕີ, ຮອງປະທານຄະນະກໍາມະການປົກຄອງແຂວງເຊກອງ, ຜູ້ຊີ້ນໍາວຽກງານເສດຖະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງພາກລັດຢ່າງພ້ອມພຽງ ແລະ ຕ່າງໜ້າຜູ້ລົງທຶນຫວຽດນາມ – ບໍລິສັດ ຫຸ້ນສ່ວນໄຟຟ້າ ຫວຽດລາວ ກໍໄດ້ເຂົ້າຮ່ວມ.
ໂຄງການດັ່ງກ່າວ ມີກໍາລັງຕິດຕັ້ງ 80 MW ຜະລິດໄຟຟ້າເພື່ອສົ່ງອອກໄປ ສສ ຫວຽດນາມ 100% ຕະຫຼອດອາຍຸສໍາປະທານ 25 ປີ ແລະ ຈະສ້າງຜົນປະໂຫຍດໃຫ້ແກ່ ເສດຖະກິດຂອງ ສປປ ລາວ ຄື:
ຜົນປະກອບສ່ວນພັນທະ ອາກອນ, ຄ່າທໍານຽມ ແລະ ຄ່າພາກຫຼວງ ເຂົ້າເງິນງົບປະມານຂອງລັດຖະບານ 10,26 ລ້ານໂດລາສາຫະລັດ
ປະກອບສ່ວນເຂົ້າກອງທຶນປະຕິບັດສິ່ງແວດລ້ອມສັງຄົມໂຄງການ: 8,63ລ້ານ ໂດລາສາຫະລັດ.
ປະກອບສ່ວນກອງທຶນການສຶກສາ, ກອງທຶນພັດທະນາຊຸມຊົນ ໃຫ້ແກ່ບ້ານໃກ້ຄຽງໂຄງການ ແລະ ເຂດທຸລະກັນດານຕາມແລວຊາຍແດນ ລາວ-ຫວຽດນາມ ມູນຄ່າ 2,25 ລ້ານໂດລາສາຫະລັດ.
ເພີ່ມທະວີແໜ້ນແຟ້ນສາຍພົວພັນການຮ່ວມມືລາວ-ຫວຽດນາມໃນການຮ່ວມມືດ້ານຂະແໜງການລົງທຶນ
ການລົງນາມສັນຍາໃນຄັ້ງນີ້ ເປັນບາດກ້າວໜ້າ ແລະ ເປັນຫຼັກໝຸດສຳຄັນໃນຂະບວນການດຳເນີນການລົງທຶນໂຄງການ ໂດຍປ່ຽນຈາກໄລຍະກະກຽມ ໄປສູ່ການເລີ່ມກໍ່ສ້າງ ແລະ ດຳເນີນໂຄງການ. ເຫດການນີ້ມີຄວາມໝາຍໃນຍຸດທະສາດ ແລະ ສ້າງຜົນປະໂຫຍດສູງສຸດໃຫ້ແກ່ເສດຖະກິດຂອງຊາດ ພ້ອມທັງສົ່ງເສີມມູນຄ່າການສົ່ງອອກ – ນຳເຂົ້າລະຫວ່າງສອງຝ່າຍໃນອະນາຄົດ.

