Vientiane Times Lao
ກິລາບານເຕະ (ຊາຍ) ງານກິລາແຫ່ງຊາດ ຄັ້ງທີ 11 ຈະເລີ່ມແຂ່ງຂັນ ວັນທີ 19-31 ມີນາ

ກິລາບານເຕະ (ຊາຍ) ງານກິລາແຫ່ງຊາດ ຄັ້ງທີ 11 ຈະເລີ່ມແຂ່ງຂັນ ວັນທີ 19-31 ມີນາ

ກິລາບານເຕະ (ຊາຍ) ຈະເລີ່ມແຂ່ງຂັນ ໃນວັນທີ 19 ມີນາ 2020 ແລະ ປິດການແຂ່ງຂັນ ວັນທີ 31 ມີນາ 2020 ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ໃນລະຫວາງ ວັນທີ 22 ມີນາ ຫາ 1 ເມສາ ນີ້, ໂດຍສະເພາະ ການແຂ່ງຂັນບານເຕະຄັ້ງນີ້ ຈະເລີ່ມຈັບສະຫຼາກແບ່ງສາຍ ແລະ ຈັດຕາຕະລາງແຂ່ງຂັນໃນວັນທີ 2 ມີນາ.  

ທ່ານ ຈັນສີ ຈິດຕະປັນຍາ, ຮອງຫົວໜ້າ ກົມກິລາສາຍສູງ ໄດ້ໃຫ້ສໍາພາດຕໍ່​ນັກ​ຂ່າວວຽງຈັນທາຍ ເມື່ອບໍ່​ດົນ​ມານີ້ວ່າ: ປະຈຸບັນນີ້ ບານເຕະ (ຊາຍ) ມີ 19 ທິມ ໄດ້ແຈ້ງເຈດຈຳນົງເຂົ້າຮ່ວມງານຄັ້ງນີ້ ແຕ່ຍັງບໍ່ທັນແຈ້ງເປັນທາງການວ່າ ມີພາກສ່ວນໃດແນ່ ເພາະພວກເຮົາ ຍັງເປີດຮັບສະໝັກທິມບານເຕະຊາຍ ຈົນຮອດມື້​ເປີດ​ການແຂ່ງຂັນ. ສຳລັບ ການຖ່າຍທອດສົດ ທາງໂທລະພາບ ການແຂ່ງຂັນບານເຕະຄັ້ງນີ້ ພວກເຮົາຍັງຈະໄດ້ປຶກສາຫາລື ກັບພາກສ່ວນກ່ຽວຂອ້ງວ່າ ຈະຖ່າຍທອດສົດ ໃນຮອບການແຂ່ງຂັນໃດແດ່.

ສະເພາະ ກິລາບານເຕະ (ຍິງ) ແມ່ນຈະເລີ່ມຈັດການແຂ່ງຂັນມື້ດຽວກັນກັບ ບານເຕະ (ຊາຍ) ເຊິ່ງປະຈຸບັນ ຍັງບໍ່ທັນແຈ້ງວ່າ ມີຈັກພາກສ່ວນທີ່ແຈ້ງເຈດຈຳນົງເຂົ້າຮ່ວມ ເຊິ່ງຍັງເປີດຮັບສະໝັກ ແລະ ຈະປິດຮັບສະໝັກທິມບານເຕະ (ຍິງ) ໃນວັນທີ 20 ມີນາ 2020 ນີ້.

ຂ່າວ: ບົວຜັນ

ພາບ ປະ​ກອບ

Related Articles

Leave a Reply