Vientiane Times Lao
ນັກທ່ອງທ່ຽວຕ່າງປະເທດມາທ່ຽວເມືອງວັງວຽງຫຼຸດລົງ ຍ້ອນພະຍາດ ໂຄວິດ-19

ນັກທ່ອງທ່ຽວຕ່າງປະເທດມາທ່ຽວເມືອງວັງວຽງຫຼຸດລົງ ຍ້ອນພະຍາດ ໂຄວິດ-19

ຕົວເລກນັກທ່ອງທ່ຽວຕ່າງປະເທດມາທ່ຽວວັງວຽງ​ຫຼຸດລົງ ໂດຍສະເພາະແມ່ນນັກທ່ອງທ່ຽວຈາກຈີນ ແລະ ເກົາຫລີໃຕ້ ຍ້ອນການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ຢູ່ ສປ ຈີນ.

ທ່ານ ບຸນມີ ພົມມະວົງສາ ຫົວໜ້າ ພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ສຳພາດກັບນັກຂ່າວວຽງຈັນທາຍວ່າ: ນັກທ່ອງທ່ຽວຕ່າງປະເທດຫຼຸດລົງ ນັບຕັ້ງແຕ່ມີການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໜ່ຢູ່ ສປ ຈີນ. ລັດຖະບານຫຼາຍໆປະເທດໄດ້ສັ່ງຫ້າມບໍ່ໃຫ້ພົນລະເມືອງຂອງຕົນອອກນອກປະເທດ ແລະ ນັກທ່ອງທ່ຽວຫຼາຍຄົນໄດ້ມີການຍົກເລີກແຜນການທ່ອງທ່ຽວ ແລະ ຫ້ອງພັກຕ່າງໆ.

ໃນຂະນະດຽວກັນ ພະນັກງານຂອງບ້ານພັກ, ໂຮງແຮມ ແລະ ລີສອດຕ່າງໆແມ່ນໄດ້ໂຈະວຽກຊົ່ວຄາວເນື່ອງຈາກວ່າບໍ່ມີນັກທ່ອງທ່ຽວມາທ່ຽວວັງວຽງຫຼາຍຄືທີ່ຜ່ານມາ. ຖ້າບໍ່ມີການລະບາດຂອງພະຍາດດັ່ງກ່າວ, ການທ່ອງທ່ຽວເມືອງວັງວຽງຄືກຄື້ນຫຼາຍເພາະເປັນສະຖານທີ່ແຫ່ງໜຶ່ງຂອງ ສປປ ລາວ ທີ່ນັກທ່ອງທ່ຽວຈາກອະນຸພາກພື້ນ ແລະ ໃນໂລກໃຫ້ຄວາມສົນໃຈມາພັກຜ່ອນກັບບັນຍາກາດທຳມະຊາດ.

ປີທ່ອງທ່ຽວລາວ-ຈີນ 2019 ເມືອງວັງວຽງ ດືງດູດນັກທ່ອງໄດ້ຫຼາຍກວ່າ 300,000 ຄົນ ແລະ ປີນີ້ອຳນາດການປົກຄອງຄາດວ່ານັກທ່ອງທ່ຽວຈະເພີ່ມຂຶ້ນ 15 ເປີເຊັນ ຫຼັງຈາກການລະບາດຂອງພະຍາດດັ່ງ​ກ່າວ.

ຂ່າວ: ສີລັດດາ

ພາບ: ສີລັດດາ

Related Articles

Leave a Reply