ແຂວງໄຊສົມບູນ ສໍາເລັດການສອບເສັງຄັດເລືອກນັກຮຽນເກັ່ງ ໃນວັນທີ 26 ກຸມພາ ທີ່ຜ່ານມາ ໂດຍມີຈຸດປະສົງເພື່ອປັບປຸງຄຸນນະພາບການສຶກສາ ແລະ ຄັດເລືອກເອົາຕົວແທນນັກຮຽນເກັ່ງ ຂອງແຂວງ ເພື່ອເຂົ້າຮ່ວມການສອບເສັງນັກຮຽນເກັ່ງລະດັບຊາດ ທີ່ ກະຊວງສຶກສາທິການ ແລະ ກິລາ ຈະຈັດຂຶ້ນ ວັນທີ 17 ມີນາ 2020 ທີ່ຈະມາເຖິງນີ້.
ອີງຕາມແຫລ່ງຂ່າວຈາກສື່ມວນຊົນ ແຂວງ ໄຊສົມບູນ, ການສອບເສັງຄັ້ງນີ້ລວມມີ ຊັ້ນປະຖົມສຶກສາ ປະກອບມີ 3 ວິຊາ ຄື: ວິຊາຄະນິດສາດ, ພາສາລາວ ແລະ ໂລກ ອ້ອມຕົວ, ສຳລັບຊັ້ນມັດທະຍົມສຶກສາ ປະກອບມີ 4 ວິຊາ ຄື: ວິຊາພາສາ ລາວ-ວັນນະຄະດີ, ຄະນິດສາດ, ຟີຊິກຊາດ ແລະ ວິຊາ ເຄມີສາດ.
ການສອບເສັງຄັ້ງນີ້ມີນ້ອງນັກຮຽນທີ່ເຂົ້າສອບເສັງທັງໝົດມີ 137 ຄົນ, ຍິງ 43 ຄົນ, ໂດຍຊັ້ນປະຖົມສຶກສາມີ 16 ຄົນ, ຍິງ 12 ຄົນ, ຊັ້ນມັດທະຍົມຕອນຕົ້ນ ມີ 27 ຄົນ, ຍິງ 9 ຄົນ ແລະ ຊັ້ນມັດທະຍົມຕອນປາຍ ມີ 74 ຄົນ, ຍິງ 22 ຄົນ.
ຜ່ານການສອບເສັງສາມາດຄັດເລືອກຕົວແທນຂອງໄດ້ດັ່ງນີ້: ທ້າວ ຢິ່ງກ້ອງຢ່າງ ວິຊາຄະນິດສາດ ຂັ້ນປະຖົມສຶກສາ, ນາງ ມະນີວອນ ພອນມະວົງ ວິຊາໂລກອ້ອມຕົວ ຂັ້ນປະຖົມສຶກສາ, ນາງ ຊົງຢ່າງ ຊາວາ ວິຊາພາສາລາວ-ວັນນະຄະດີ ຂັ້ນປະຖົມສຶກສາ. ທ້າວ ຈືຢີມົວ ໄຊຢ່າ ວິຊາຄະນິດສາດ ຂັ້ນມັດທະຍົມຕອນຕົ້ນ ແລະ ທ້າວ ວິປະເສີດ ສຸພັດດີ ວິຊາພາສາ ລາວ-ວັນນະຄະດີ ຂັ້ນມັດທະຍົມຕອນປາຍ.
ຂ່າວ: ວຽງຈັນທາຍ
ພາບ: ສື່ມວນຊົນ ແຂວງໄຊສົມບູນ