ທ່ານ ຄອນສະຫວັນ ແກ້ວມູນຕີ, ປະທານກຸ່ມບໍລິສັດ XDD ແລະ ບໍລິສັດ ໄຊສົມບູນ ການຄ້າ ແລະ ຂຸດຄົ້ນບໍ່ແຮ່ ໄດ້ມອບເງິນຈໍານວນ 100,000 ໂດລາສະຫະລັດ ໃຫ້ແຂວງໄຊສົມບູນ, ໃນວັນທີ 26 ກຸມພາ 2020 ທີ່ຫ້ອງວ່າການແຂວງໄຊສົມບູນ ເຊິ່ງຮັບເງິນດັ່ງກ່າວໂດຍທ່ານ ພົຕ ຄໍາລຽງ ອຸທະໄກສອນ, ເຈົ້າແຂວງໄຊສົມບູນ.
ອີງຕາມແຫຼ່ງຂ່າວຈາກສື່ມວນຊົນ ແຂວງໄຊສົມບູນ: ຈຸດປະສົງ ໃນການມອບເງິນຄັ້ງນີ້ກໍ່ເພື່ອເປັນການປະກອບສ່ວນເຂົ້າໃນການພັດທະນາວຽກງານຕ່າງໆຢູ່ ແຂວງໄຊສົມບູນ ໃຫ້ມີບາດກ້າວຂະຫຍາຍຕົວ ແລະ ເກີດປະໂຫຍດສູງສຸດ.
ຂ່າວ: ວຽງຈັນທາຍ
ພາບ: ສື່ມວນຊົນ ແຂວງໄຊສົມບູນ


