Vientiane Times Lao
ຜູ້ດ້ອຍໂອກາດໃນລາວຈະໄດ້ພັດທະນາຊີວິດການເປັນຢູ່ໃຫ້ດີຂຶ້ນ

ຜູ້ດ້ອຍໂອກາດໃນລາວຈະໄດ້ພັດທະນາຊີວິດການເປັນຢູ່ໃຫ້ດີຂຶ້ນ

ຜູ້ດ້ອຍໂອກາດຢູ່ ສປປ ລາວ ທີ່ມີອາຍຸລະຫວ່າງ 18-30 ປີ ທີ່ຮຽນຈົບຊັ້ນປະຖົມ ແຕ່ບໍ່ຈົບມັດທະຍົມ​ ແລະ​ ມີພາຫະນະທຽວໃນໄລຍະຝືກອົບຮົມ​ຈະມີໂອກາດພັດທະນາຊີວິດການເປັນຢູ່ໃຫ້ດີຂຶ້ນຫຼັງຈາກໄດ້ຮັບເຂົ້າຝືກອົບຮົມວິຊາຊີບ.

ໂຄງການຝຶກອົບຮົມດັ່ງກ່າວລວມມີ 45 ທຶນ ປະກອບດ້ວຍທຶນຝຶກອົບຮົມສາຂາປຸງແຕ່ງ ​25 ​ທຶນ,​ ວິຊາການໂຮງແຮມ 20 ທຶນ ແລະ ຂະແໜງບໍລິການອາຫານ ແລະ ເຄື່ອງດື່ມ 20 ທຶນ.

ເປີດຮັບສະໝັກແຕ່ມື້ນີ້ຈົນເຖິງ​ວັນທີ 23 ເດືອນ​ມີນາ, ​ໄລຍະຝຶກອົບຮົມແມ່ນ 3 ເດືອນ. ​

ຜູ້ທີ່ຖືກຄັດເລືອກເຂົ້າຮ່ວມຝຶກອົບຮົມຈະໄດ້ຮັບເບ້ຍລ້ຽງ 800.000 ກີບ ຕໍ່ຄົນຕໍ່ເດືອນ, ນອກນັ້ນຍັງຈະໄດ້ອຸປະກອນປະກອບການຮຽນ, ມີປະກັນໄພໃນໄລຍະຮຽນເຈັບເປັນ ບໍ່ຕ້ອງເສຍຄ່າ, ມີຫໍພັກ, ເຄື່ອງບ່ອນນອນ ແລະ ເຄື່ອງແບບ 2 ຊຸດ.

ສຳລັບທ່ານໃດສົນໃຈສາມາດຕິດຕໍ່ເອົາໃບສະໝັກໄດ້ທີ່ຫ້ອງການວິທະຍາໄລວຽງຈັນພັດທະນາອາຊີບ ບ້ານ ດົງປ່າແຫຼບ, ນະຄອນຫຼວງວຽງຈັນ ຫຼື ໂທສອບຖາມທີ່ເບີ 021 540545 ແລະ 021 261566.

ຂ່າວ: ສຸກສະໄໝ

ພາບ: ຈັນສະຫວັດ

Related Articles

Leave a Reply