Vientiane Times Lao
ປກສ ແຂວງສະຫວັນນະເຂດ ເພີ່ມທະວີສະກັດກັ້ນການຄ້າຂາຍຢາເສບຕິດ

ປກສ ແຂວງສະຫວັນນະເຂດ ເພີ່ມທະວີສະກັດກັ້ນການຄ້າຂາຍຢາເສບຕິດ

ປກສ ແຂວງສະຫວັນນະເຂດ ຮ່ວມກັບອຳນາດການປົກຄອງທ້ອງຖິ່ນສືບຕໍ່ເພີ່ມທະວີສະກັດກັ້ນການຄ້າຂາຍຢາເສບຕິດ ໂດຍສຸມໃສ່ເຮັດວຽກງານໂຄສະນາຜົນຮ້າຍຂອງຢາເສບຕິດ.

ອີງຕາມແຫຼ່ງຂ່າວຈາກໜັງສືພິມສະຫວັນພັດທະນາ ເຊິ່ງໄດ້ລາຍງານວ່າ: ກອງບັນຊາການ ປກສ ແຂວງ ສະຫວັນນະເຂດ ແຈ້ງໃຫ້ຮູ້ວ່າ: ຢູ່ແຂວງສະຫວັນນະເຂດ ຕົວເລກຄະດີ ຄ້າຂາຍຢາເສບຕິດ ແລະ ຕົວເລກຜູ້ເສບຢາເສບຕິດເພີ່ມຂຶ້ນທຸກໆປີ ແລະ ໜ້າວິຕົກ ເຖິງແມ່ນວ່າເຈົ້າໜ້າທີ່ສະເພາະກິດຈະສຸມໃສ່ແກ້ໄຂບັນຫາດັ່ງກ່າວແລ້ວກໍ່ຕາມ.

ທ່ານ ພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງ ສະຫວັນນະເຂດ ໄດ້ກ່າວຢູ່ກອງປະຊຸມລະດົມແນວຄວາມຄິດຂອງທຸກຊັ້ນຄົນເຂົ້າໃນການສະກັດກັ້ນ ແລະ ຕ້ານຢາເສບຕິດ ທີ່ໄດ້ຈັດຂື້ນໃນບໍ່ດົນມານີ້ ທີ່ສະໂມສອນ ຫ້ອງວ່າການປົກຄອງແຂວງວ່າ: ຜ່ານມາກອງບັນຊາການ ປກສ ແຂວງໄດ້ສຸມໃສ່ເຮັດວຽກງານໂຄສະນາຜົນຮ້າຍຂອງຢາເສບຕິດ, ສຶກສາອົບຮົມ ໃຫ້ທົ່ວສັງຄົມດ້ວຍຫຼາຍຮູບຫຼາຍແບບຕາມໂຮງຮຽນ, ສຳນັກງານ, ອົງການ ຕະຫຼອດຮອດເຂດຊຸມຊົນ, ຫັນເອົາພະນັກງານລົງກໍ່ສ້າງຮາກຖານການ ເມືອງປະຈຳຢູ່ແຕ່ລະເມືອງ ໂດຍຮ່ວມກັບອຳນາດການປົກຄອງທ້ອງຖິ່ນບ່ອນທີ່ມີຄວາມສ່ຽງໃນການມົ້ວສຸມຢາເສບຕິດ, ນອກນັ້ນ ຍັງສ້າງກຳລັງວິຊາສະເພາະລົງປະຈຳຢູ່ບັນດາຊາຍແດນທີ່ຕິດກັບປະເທດເພື່ອນບ້ານ ເພື່ອຕິດຕາມກວດກາການລັກລອບຂົນສົ່ງຢາເສບຕິດເຂົ້າ-ອອກ ລຽບຕາມຊາຍແດນ.

ທ່ານ ພັອ ສົມໝາຍ ໄດ້ກ່າວຕື່ມວ່າ: ແຕ່ສັງເກດໄດ້ວ່າຕົວເລກມ້າງລາຍຄະດີກ່ຽວກັບການຄ້າຂາຍຢາເສບຕິດ ແລະ ຕົວເລກຜູ້ເສບຢາເສບຕິດຍັງເພີ່ມຂື້ນທຸກໆປີ ເຊັ່ນ: ປີ 2017 ມີເປົ້າໝາຍເສບຢາເສບຕິດເຖິງ 1.186 ຄົນ, ເປົ້າໝາຍຄ້າຂາຍຢາເສບຕິດມີ 2.422 ຄົນ, ປີ 2018 ມີເປົ້າໝາຍເສບຢາເສບຕິດເຖິງ 11.546 ຄົນ, ເປົ້າໝາຍຄ້າຂາຍຢາເສບຕິດມີ 2.789 ຄົນ ແລະ ມາໃນປີ 2019 ມີເປົ້າໝາຍເສບຢາເສບຕິດເຖິງ 12.896 ຄົນ ແລະ ມີເປົ້າໝາຍຄ້າຂາຍຢາເສບຕິດ 2.917 ຄົນ.

ຂ່າວ: ວຽງຈັນທາຍ

ພາບ: ໜັງສືພິມສະຫວັນພັດທະນາ

Related Articles

Leave a Reply