ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ໄດ້ອອກແຈ້ງການໃຫ້ພິຈາລະນາການເລື່ອນ ຫຼື ໂຈະການໄປປະຕິບັດວຽກງານຂອງພະນັກງານລັດຖະກອນຢູ່ປະເທດທີ່ມີການລະບາດຂອງພະຍາດ ໂຄວິດ-19.
ອີງຕາມແຈ້ງການ ສະບັບເລກທີ 003/ສພກ ລົງວັນທີ 2 ມີນາ 2020 ຂອງຄະນະສະເພາະກິດ ດັ່ງກ່າວ ເຊິ່ງໄດ້ສະເໜີໃຫ້ພາກສ່ວນຕ່າງໆ ພິຈາລະນາ ການອະນຸມັດໃຫ້ພະນັກງານເດີນທາງໄປປະຕິບັດງານຢູ່ບັນດາປະເທດ ທີ່ມີການລະບາດຂອງພະຍາດ ໂຄວິດ-19. ຖ້າມີຄວາມຈໍາເປັນແທ້ ກໍ່ຕ້ອງປະຕິບັດຕາມມາດຕະການເຝົ້າລະວັງ ແລະ ປ້ອງກັນການຕິດເຊື້ອຕາມການແນະນໍາຂອງປະເທດເຈົ້າພາບຢ່າງເຂັ້ມງວດ ໂດຍສະເພາະການປ້ອງກັນຕົນເອງບໍ່ໃຫ້ຕິດເຊື້ອພະຍາດດັ່ງກ່າວ.
ການເດີນທາງໄປປະເທດທີ່ມີການລະບາດ ແມ່ນມີຄວາມສ່ຽງສູງໃນການຕິດເຊື້ອ ແລະ ຈະນໍາມາແຜ່ລະບາດໃນປະເທດເຮົາ ຍ້ອນວ່າປະຈຸບັນນີ້ ສປປ ລາວ ຍັງບໍ່ມີກໍລະນີຜູ້ຕິດເຊື້ອພະຍາດ ໂຄວິດ-19.
ອີງຕາມການລາຍງານຂອງໜັງສືພິມປະຊາຊົນລາຍວັນຈີນ: ຫຼ້າສຸດ ມາຮອດເວລາ 24 ໂມງ ຂອງວັນທີ 1 ມີນາ ນີ້, 31 ເຂດແຂວງໃນທົ່ວປະເທດຈີນ ມີຜູ້ຕິດເຊື້ອພະຍາດ ໂຄວິດ-19 ເພີ່ມຂຶ້ນ 202 ກໍລະນີ, ມີຜູ້ຕິດເຊື້ອພະຍາດຢູ່ນອກ ແຂວງຫູເປີຍ ເພີ່ມຂຶ້ນ 6 ກໍລະນີ, ມີຜູ້ຕິດເຊື້ອທັງໝົດ 80,026 ກໍລະນີ, ປະຈຸບັນສົງໄສຕິດເຊື້ອພະຍາດ 715 ກໍລະນີ, ປິ່ນປົວດີແລ້ວ 44,462 ຄົນ ແລະ ເສຍຊີວິດແລ້ວ 2,912 ຄົນ.
ຂ່າວ: ວຽງຈັນທາຍ
ພາບ ປະກອບ