ຫຼາຍກວ່າ ​600 ​ຫົວໜ່ວຍທຸລະກິດສາມາດເຂົ້າເຖິງແຫຼ່ງທຶນພາຍໃຕ້ແຜນງານສ້າງຄວາມເຂັ້ມແຂງ

ຫຼາຍກວ່າ ​600 ​ຫົວໜ່ວຍທຸລະກິດສາມາດເຂົ້າເຖິງແຫຼ່ງທຶນພາຍໃຕ້ແຜນງານສ້າງຄວາມເຂັ້ມແຂງ

ຫຼາຍກວ່າ 600 ຫົວໜ່ວຍທຸລະກິດໃນ ສປປ ລາວ ສາມາດເຂົ້າເຖິງແຫຼ່ງທຶນເພື່ອນຳມາພັດທະນາ​ທຸລະກິດຂອງເຂົາເຈົ້າ ພາຍໃຕ້ໂຄງການເຂົ້າເຖິງແຫຼ່ງທຶນຂອງວິສາຫະກິດຂະໜາດນ້ອຍ​ ແລະ ​ກາງ​ ເຊິ່ງນອນໃນແຜນສ້າງຄວາມເຂັ້ມແຂງໃຫ້ວິສາຫະກິດຂະໜາດນ້ອຍ​ ແລະ​ ກາງ (SME).

ໂຄງການດັ່ງກ່າວແມ່ນເລີ່ມຈັດຕັ້ງປະຕິບັດມາຕັ້ງແຕ່ວັນທີ 14 ກັນຍາ​ 2018. ໃນຂະນະທີ່​ ຕົວແທນຜູ້ສະຫບັບສະຫນູນໂຄງການ,​ ຜູ້ຈັດຕັ້ງປະຕິບັດ ແລະ​ ຫົວໜ່ວຍວິສາຫະກິດທີ່ກ່ຽວຂ້ອງກວ່າ 100 ຄົນ​ ແມ່ນໄດ້ເຂົ້າຮ່ວມທົບທວນຄືນໂຄງການດັ່ງກ່າວ ໃນອາທິດທີ່ຜ່ານມາ ຢູ່ນະຄອນຫຼວງວຽງຈັນ.​

ແຜນງານສ້າງຄວາມເຂັ້ມແຂງ ແລະ ຍົກລະດັບຄວາມສາມາດຂອງ ຫົວໜ່ວຍ​ SME​ ເຊິ່ງແຕ່ລະ SME ແມ່ນໄດ້ຮັບການຍົກລະດັບໃນດ້ານຕ່າງໆເຊັ່ນ: ການສ້າງແຜນທຸລະກິດທີ່ເປັນໄປໄດ້, ການຖືບັນຊີ ແລະ ການບໍລິຫານການເງິນ, ການບໍລິຫານ-ຈັດການທຸລະກິດ, ການຕະຫຼາດ ແລະ ການຂາຍ ແລະ ອື່ນໆ​ ເພື່ອສ້າງເງື່ອນໄຂໃຫ້ SME ສາມາດເຂົ້າເຖິງແຫຼ່ງທຶນຂອງບັນດາທະນາຄານທຸລະກິດທີ່ເຂົ້າຮ່ວມໃນໂຄງການ.​

ຂ່າວ: ສຸກສະໄໝ  

Related Articles

Leave a Reply