Vientiane Times Lao
ໄຈກາສະໜັບສະໜູນການພັດທະນາຄຸນນະພາບການປິ່ນປົວແບບຢືນຍົງ

ໄຈກາສະໜັບສະໜູນການພັດທະນາຄຸນນະພາບການປິ່ນປົວແບບຢືນຍົງ

ໂຄງການພັດທະນາ ແລະ ຮັບປະກັນຄຸນນະພາບວິຊາຊີບປິ່ນປົວແບບຢືນຍົງຂອງໄຈກາ (JICA) ກຳລັງມີການກະກຽມການສອບເສັງລະດັບຊາດສຳລັບພະຍາບານ ແລະ ແຜນຝຶກຫັດດ້ານຄລີນິກ ສຳລັບພະຍາບານຈົບໃໝ່ ທີ່ຈະໄດ້ຈັດຂຶ້ນໃນປີ 2020.

ອີງຕາມແຫຼ່ງຂ່າວຈາກອົງການຮ່ວມມືສາກົນຢີ່ປຸ່ນ ປະຈໍາລາວ (JICA Laos) ໄດ້ແຈ້ງໃຫ້ຮູ້ວ່າ ຊ່ຽວຊານຈາກໂຄງການດັ່ງກ່າວໄດ້ໄປຢ້ຽມຢາມວິທະຍາໄລວິທະຍາສາດສຸຂະພາບ ແລະ ໂຮງໝໍແຂວງ ຈຳປາສັກ ໃນວັນອາທິດ ວັນທີ 1 ມີນາ ທີ່ຜ່ານມາ ແລະ ໄດ້ມີການປຶກສາຫາລືກັບວິຊາການຈາກວິທະຍາໄລ ແລະ ໂຮງໝໍ ເຊິ່ງຈະເປັນສະຖານທີ່ສອບເສັງ ແລະ ຝຶກຫັດດ້ານຄລີນິກສຳລັບພະຍາບານ.

ໃນໂອກາດດຽວກັນ ວິຊາການທັງສອງຝ່າຍ ກໍ່ໄດ້ມີການປຶກສາຫາລືກ່ຽວກັບໜ້າວຽກຕ່າງໆເຊັ່ນ: ການເຜີຍແຜ່ການສອບເສັງ, ວິທີການສຶກສາສຳລັບນັກຮຽນ ແລະ ຫຼັກສູດການສຶກສາດ້ານພະຍາບານ. ນອກຈາກນີ້ ຍັງໄດ້ສຳຫຼວດສະຖານທີ່ສຳລັບການສອບເສັງລະດັບຊາດ ແລະ ຫ້ອງຝຶກຫັດທັກສະການພະຍາບານ ແລະ ການຝຶກອົບຮົມຕົວຈິງຢູ່ໂຮງໝໍ.

ຂ່າວ: ວຽງຈັນທາຍ

ພາບ: ອົງການຮ່ວມມືສາກົນຢີ່ປຸ່ນ

Related Articles

Leave a Reply