Vientiane Times Lao
ສະຫະພັນລັດເຊຍຊ່ວຍເຫຼືອສະບຽງອາຫານຜູ້ປະສົບໄພທໍາມະຊາດໃນ ສປປ ລາວ

ສະຫະພັນລັດເຊຍຊ່ວຍເຫຼືອສະບຽງອາຫານຜູ້ປະສົບໄພທໍາມະຊາດໃນ ສປປ ລາວ

ສະຫະພັນລັດເຊຍ ມອບສະບຽງອາຫານເພື່ອຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຈາກໄພທໍາມະຊາດໃນ ສປປ ລາວ ມູນຄາຫຼາຍກວ່າ 1 ລ້ານໂດລາສະຫະລັດ ແລະ ສະບຽງອາຫານດັ່ງກ່າວໄດ້ມີການມອບ-ຮັບ ມື້ວານນີ້ ວັນທີ 3 ມີນາ 2020.

ພິທີມອບ-ຮັບການຊ່ວຍເຫຼືອໄດ້ຈັດຂຶ້ນຢູ່ອົງການອາຫານໂລກ ເຊິ່ງມອບໂດຍ ທ່ານ ວາລາດີເມຍ ການິລີນ ເອກອັກຄະລັດຖະທູດ ສະຫະພັນລັດເຊຍ ປະຈຳ ສປປ ລາວ ແລະ ຮັບໂດຍ ທ່ານ ຢານ ເດວບາເຣີ  ຜູ້ອຳນວຍການໃຫຍ່ ແລະ ຜູ້ຕາງໜ້າຂອງອົງການອາຫານໂລກ ປະຈຳ ສປປ ລາວ.

ການຊ່ວຍສະບຽງອາຫານໃນຄັ້ງນີ້ ແມ່ນມີເປົ້າໝາຍທີ່ຈະເຊື່ອມຕໍ່ຊ່ອງວ່າງຄວາມໝັ້ນຄົງດ້ານສະບຽງອາຫານທີ່ໄດ້ຮັບຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດຕໍ່ຊຸມຊົນໃນບັນດາແຂວງພາກເໜືອ ຂອງ ສປປ ລາວ.

ໃນຖານະເປັນຄູ່ຮ່ວມພັດທະນາໃໝ່ກັບອົງການອາຫານໂລກ, ກະຊວງປະເມີນສະຖານະການສຸກເສີນຂອງສະຫະພັນລັດເຊຍໄດ້ໃຫ້ການຊ່ວຍເຫຼືອໂດຍຜ່ານອົງການອາຫານໂລກ ຫຼາຍກວ່າ 1 ລ້ານໂດລາສະຫະລັດ. ໃນນັ້ນ, ອົງການອາຫານໂລກໄດ້ນຳໃຊ້ການຊ່ວຍເຫຼືອເງິນດັ່ງກ່າວຈັດຊື້ນ້ຳມັນພືດ 36 ໂຕນ, ປາກະປ໋ອງ 110 ໂຕນ ແລະ ວັດສະດຸກໍ່ສ້າງ ເຊິ່ງຈະແຈກຢາຍໃຫ້ປະຊາຊົນບັນດາບ້ານເປົ້າໝາຍທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ, ໄພແຫ້ງແລ້ງ ແລະ ການລະບາດຂອງສັດຕູພືດໃນສອງປີທີ່ຜ່ານມາ ຊຶ່ງມີຫຼາຍກວ່າ 27.000 ຄົນທີ່ຈະໄດ້ຮັບເຄື່ອງດັ່ງກ່າວ.

ອົງການອາຫານໂລກໄດ້ສ້າງຄວາມເຂັ້ມແຂງເພື່ອຮັບມືກັບໄພພິບັດທາງທຳມະຊາດດ້ວຍການສ້າງຊັບສິນຊຸມຊົນຫຼາຍກວ່າ 50 ກິດຈະກຳ, ສ່ວນໜຶ່ງຂອງເງິນແມ່ນຈະໃຊ້ເພື່ອສະໜອງວັດສະດຸກໍ່ສ້າງໃຫ້ແກ່ຊາວບ້ານໃນການຈັດຕັ້ງປະຕິບັດກິດຈະກຳເຫຼົ່ານີ້. ນອກຈາກນັ້ນ, ພວກເຂົາຍັງຈະໄດ້ຮັບການຝຶກອົບຮົມກ່ຽວກັບວິທີການຄຸ້ມຄອງ ແລະ ຮັກສາຊັບສິນເຫຼົ່ານີ້ ລວມທັງວິທີການກະກຽມ ແລະ ຕອບໂຕ້ຕໍ່ໄພພິບັດ.

ຂ່າວ: ວຽງຈັນທາຍ

ພາບ: ຕາດໍາ

Related Articles

Leave a Reply