Vientiane Times Lao
ບໍລິສັດໄຟຟ້າຫົງສາ ປະຕິບັດແຜນພັດທະນາເສດຖະກິດ ຂອງ ສປປ ລາວ

ບໍລິສັດໄຟຟ້າຫົງສາ ປະຕິບັດແຜນພັດທະນາເສດຖະກິດ ຂອງ ສປປ ລາວ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ໄປຢ້ຽມຢາມ ບໍລິສັດໄຟຟ້າຫົງສາ ຈໍາກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ມື້ວານນີ້ ວັນທີ 3 ມີນາ 2020.

ທ່ານ ທອງລຸນ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມຫ້ອງການພາກສະໜາມ ຝ່າຍພັດທະນາສັງຄົມ, ຮ້ານຄ້າ, ສະຫະກອນສົ່ງເສີມກະສິກໍາ ເມືອງຫົງສາ ທີ່ ບໍລິສັດ ໄດ້ສ້າງຂຶ້ນເພື່ອສົ່ງເສີມດ້ານການຕະຫຼາດລວມໄປເຖິງການກະຈາຍສິນຄ້າຂອງທ້ອງຖິ່ນອອກສູ່ຕະຫຼາດຢ່າງເປັນລະບົບ ໂດຍມຸ່ງຫວັງໃຫ້ເປັນຕົ້ນແບບຂອງສະຫະກອນແຫ່ງທໍາອິດໃນພາກເໜືອຂອງ ສປປ ລາວ ເຊິ່ງການຢ້ຽມຢາມດັ່ງກ່າວ ໃຫ້ການຕ້ອນຮັບໂດຍ ການນໍາແຂວງໄຊຍະບູລີ, ທ່ານ ຄະທາຢຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດໄຟຟ້າຫົງສາ ຈໍາກັດ ພ້ອມດ້ວຍຄະນະ ແລະ ປະຊາຊົນ.

ຫຼັງຈາກນັ້ນ ໄດ້ເຂົ້າຊົມ ອາຄານຫົງຄໍາໄຊຍາຄານ ແລະ ຫ້ອງວາງສະແດງຂໍ້ມູນ ທີ່ເປັນອາຄານສະແດງໃຫ້ຄວາມຮູ້, ຄວາມເຂົ້າໃຈກ່ຽວກັບການດໍາເນີນງານຂອງບໍລິສັດ ແລະ ຂັ້ນຕອນການຜະລິດກະແສໄຟຟ້າ ທີ່ເປັນມິດກັບສິ່ງແວດລ້ອມ, ການພັດທະນາຊຸມຊົນ, ສັງຄົມ ແລະ ພັດທະນາຄົນ ເພື່ອໃຫ້ເປັນພົນລະເມືອງດີ ທີ່ສ້າງຜົນປະໂຫຍດຕໍ່ສັງຄົມ ໂດຍສະເພາະຕໍ່ກັບຊຸມຊົນ ເມືອງຫົງສາ, ເມືອງເງິນ, ແຂວງ ໄຊຍະບູລີ ກໍ່ຄື ສປປ ລາວ ໂດຍໄດ້ມີການຈັດກິດຈະກໍາຕ່າງໆ ໃນການສົ່ງເສີມຄອງປະເພນີວັດທະນະທໍາ, ການສຶກສາ ແລະ ກິລາ ຢ່າງຕໍ່ເນື່ອງ.

ກ່ຽວກັບການຄຸ້ມຄອງສິ່ງແວດລ້ອມ ໂຄງການໄດ້ອງໃສ່ມາດຕະຖານຂອງທະນາຄານໂລກ ເພື່ອມາຈັດຕັ້ງປະຕິບັດ ຈົນໄດ້ຮັບການຮັບຮອງມາດຕະຖານດ້ານການຈັດການສິ່ງແວດລ້ອມໃນລະດັບສາກົນ ຫຼື ISO 14001 version 2015.

ທ່ານ ຄະທາຢຸດ ໄດ້ກ່າວຕໍ່ທານນາຍົກ ແລະ ຄະນະວ່າ: ຕະຫຼອດໄລຍະເວລາ 5 ປີທີ່ຜ່ານມາ ການດໍາເນີນງານຂອງ ບໍລິສັດ ໄຟຟ້າຫົງສາ ຈໍາກັດ ໄດ້ໃຫ້ຄວາມສໍາຄັນ ແລະ ປະຕິບັດຕາມສັນຍາສໍາປະທານ ໄດ້ສໍາເລັດຕາມຈຸດປະສົງ ແລະ ບັນລຸຕາມເປົ້າໝາຍທຸກປະການ. ຜົນສຳເລັດດັ່ງກ່າວ ຢັ້ງຢືນໃຫ້ເຫັນວ່າ ບໍລິສັດ ໄຟຟ້າຫົງສາ ຈໍາກັດ ມີຄວາມຕັ້ງໃຈ ສະໜັບສະໜູນ ແລະ ພ້ອມທີ່ຈະດໍາເນີນວຽກງານຕາມແຜນພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດຂອງລັດຖະບານລາວ.

ຂ່າວ: ວຽງຈັນທາຍ

ພາບ: ບໍລິສັດ ໄຟຟ້າຫົງສາ ຈໍາກັດ

Related Articles

Leave a Reply