Vientiane Times Lao
ໂຄງການ “ສາມັກຄີເພື່ອແບ່ງປັນ” ມອບເຄື່ອງໃຫ້ແກ່ນ້ອງນັກຮຽນ

ໂຄງການ “ສາມັກຄີເພື່ອແບ່ງປັນ” ມອບເຄື່ອງໃຫ້ແກ່ນ້ອງນັກຮຽນ

ໂຄງການ “ສາມັກຄີເພື່ອແບ່ງປັນ”, ຂອງໜ່ວຍຊາວໜຸ່ມກົມຮູບເງົາ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນບໍ່ດົນມານີ້ ໄດ້ນຳເອົາເຄື່ອງຊ່ວຍເຫຼືອເປັນຕົ້ນແມ່ນ ອຸປະກອນການສຶກສາ, ອຸປະກອນກິລາ ແລະ ເຄື່ອງນຸ່ງຫົ່ມ ໄປມອບໃຫ້ນັກຮຽນໂຮງຮຽນປະຖົມສົມບູນໂພນຄຳ ບ້ານ ພູຄຳ ແລະ ປະຊາຊົນ ເຂດຈຸດສຸມ ພູຄຳ, ເມືອງບໍລິຄັນ, ແຂວງບໍລິຄຳໄຊ ເຊິ່ງເປັນເຂດທີ່ປະກອບດ້ວຍຫຼາຍຊົນເຜົ່າ ທີ່ຍົກຍ້າຍມາຈາກຫຼາຍທ້ອງຖິ່ນມາດຳລົງຊີວິດຢູ່ຮ່ວມກັນ.​ 

ເຄື່ອງຊ່ວຍເຫຼືອດັ່ງກ່າວແມ່ນໄດ້ມາຈາກການສະໜັບສະໜູນ ແລະ ປະກອບສ່ວນຂອງພະນັກງານລັດຖະກອນພາຍໃນກົມຮູບເງົາ ແລະ ພາກສ່ວນຕ່າງໆ ໃນສັງຄົມ ເປັນຕົ້ນ ແມ່ນມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງປະເທດລາວ, ບໍລິສັດເຄືອຂ່າຍເທັກໂນໂລຊີສຽນຫານຢຸນນານຈຳກັດ ຜູ້ຜະລິດຮູບເງົາ “ສະບາຍດີປະເທດລາວ”, ບໍລິສັດ ລາວ MVP ຈຳກັດ ຜູ້ນຳເຂົ້າຮູບເງົາ, ບໍລິສັດ ລາວໂທລະຄົມ, ທະນາຄານການຄ້າຕ່າງປະເທດລາວ, ສູນການສຶກສາ ອາຣິດາ ແລະ ສູນຝຶກວິຊາຊີບແມ່ຍິງບ້ານຫ້ວຍຫົງ.

ການມອບເຄື່ອງດັ່ງກ່າວແມ່ນເພື່ອເປັນການຂ່ຳນັບຮັບຕ້ອນວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 65 ປີ, ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 45 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ, ວັນສ້າງຕັ້ງຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 65 ປີ ແລະ ທັງເປັນການຊ່ວຍເຫຼືອນັກຮຽນ ແລະ ປະຊາຊົນທີ່ຍັງຂາດເຂີນຢູ່ເຂດຫ່າງໄກສອກຫຼີກ.

ພ້ອມນັ້ນ ໃນຕອນຄ່ຳຂອງວັນດຽວກັນໄດ້ມີພິທີສາຍຮູບເງົາເພື່ອໃຫ້ຄວາມບັນເທີງ ແລະ ຄວາມຮູ້ແກ່ປະຊາຊົນ ເຊິ່ງຮູບເງົາທີ່ນຳໄປສາຍແມ່ນຮູບເງົາທີ່ມີຫຼາກຫຼາຍສີສັນ ມີທັງຮູບເງົາທີ່ສ້າງຄວາມເບິກບານມ່ວນຊື່ນ ແລະ ຮູບເງົາທີ່ເວົ້າເຖິງແນວທາງນະໂຍບາຍຂອງພັກ-ລັດໃນການພັດທະນາເສດຖະກິດ-ສັງຄົມ ກໍຄືຊີວິດການເປັນຢູ່ຂອງປະຊາຊົນ.

ຂ່າວ: ວຽງຈັນທາຍ

ພາບ: ກົມຮູບເງົາ

Related Articles

Leave a Reply