ງານບຸນມະໂຫລານລະຄອນຫຸ່ນ ທີ່ມີແຜນຈະຈັດໃນລະຫວ່າງ ວັນທິ 4-7 ມີນາ 2020 ທີ່ແຂວງໄຊຍະບູລີ ໄດ້ຖືກໂຈະເພື່ອປ້ອງກັນຄວາມສ່ຽງໃນການຕິດເຊື້ອພະຍາດ ໂຄວິດ-19.
ນາງ ວັນສີ ດວງຕາວັນ ຫົວໜ້າກອງລະຄອນຕຸກກະຕາແຫ່ງຊາດ ແຈ້ງໃຫ້ຮູ້ວ່າ ທາງຄະນະຜູ້ຈັດງານໄດ້ໂຈະການຈັດງານບຸນມະໂຫລານດັ່ງກ່າວ ເພື່ອເປັນການປ້ອງກັນການຕິດເຊື້ອພະຍາດ ໂຄວິດ-19 ເນື່ອງຈາກວ່າ ພະຍາດດັ່ງກ່າວກໍາລັງລະບາດຢູ່ຫຼາຍປະເທດ. ສໍາລັບຢູ່ ສປປ ລາວ ປະຈຸບັນນີ້ ຍັງບໍ່ມີກໍລະນີຜູ້ຕິດເຊື້ອພະຍາດດັ່ງກ່າວ.
ອີງຕາມແຫຼ່ງຂ່າວ CCTV ລາຍງານວ່າ: ນັບມາຮອດ 17 ໂມງ ຂອງ ວັນທີ 2 ມີນາ 2020 ຕາມເວລາ ປັກກິ່ງ, ນອກປະເທດຈີນ ມີ 76 ປະເທດ ຢືນຢັນມີຜູ້ຕິດເຊື້ອພະຍາດ ໂຄວິດ-19 ທັງໝົດ 12,668 ກໍລະນີ ແລະ ເສຍຊີວິດ 214 ກໍລະນີ.
ຂ່າວ: ສີສຸພັນ ອຳພອນພົງ
ພາບ: ວັນສີ ດວງຕາວັນ