ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການມື້ວັນທີ 6 ມີນາ 2020 ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ, ບັນດາບໍລິສັດນ້ຳມັນເຊື້ອໄຟ ແລະ ປ້ຳຂາຍຍ່ອຍນ້ຳມັນເຊື້ອໄຟໃຫ້ປັບລົງລາຄາຂາຍຍ່ອຍນ້ຳມັມເຊື້ອໄຟທຸກປະເພດໃນຂອບເຂດທົ່ວປະເທດ.
ການລົງລາຄາໃໝ່ນີ້ແມ່ນຈະເລີ່ມປະຕິບັດ ໃນວັນທີ 7 ມີນາ 2020 ເລີ່ມແຕ່ເວລາ 6:00 ໂມງເປັນຕົ້ນໄປ, ເຊິ່ງລາຍລະອຽດມີດັ່ງນີ້: ແອັດຊັງພິເສດປັບລົງ 190 ກີບ/ລິດ, ຈາກ 9.910 ກີບ/ລິດ ລົງມາເຫຼືອ 9.720 ກີບ/ລິດ, ແອັດຊັງທຳມະດາ ປັບລົງ 190 ກີບ/ລິດ, ຈາກ 9.080 ກີບ/ລິດ ລົງມາເຫຼືອ 8.890 ກີບ/ລິດ ແລະ ກາຊວນປັບລົງ 260 ກີບ/ລິດ, ຈາກ 8.160 ກີບ/ລິດ ລົງມາເຫຼືອ 7.900 ກີບ/ລິດ.
ຂ່າວ: ວຽງຈັນທາຍ
ພາບ: ສົມພາວັນ