Vientiane Times Lao
ການບິນລາວຮຽກຮ້ອງໃຫ້ພະນັກງານລາພັກແບບສະໝັກໃຈ

ການບິນລາວຮຽກຮ້ອງໃຫ້ພະນັກງານລາພັກແບບສະໝັກໃຈ

ລັດວິສາຫະກິດການບິນລາວຮຽກຮ້ອງໃຫ້ພະນັກງານລາພັກແບບບໍ່ເອົາເງິນເດືອນ ດ້ວຍຄວາມສະໝັກໃຈ ເພື່ອຫຼຸດຜ່ອນລາຍຈ່າຍພາຍໃນບໍລິສັດ ຫຼັງຈາກຈໍານວນຜູ້ໂດຍສານຫຼຸດລົງ.

ຜູ້ໂດຍສານລະຫວ່າງປະເທດຫຼຸດລົງກວ່າ 37% ໃນເດືອນຜ່ານມາມີພຽງແຕ່ 38.000 ຄົນ ຫຼຸດລົງຈາກ 61.000 ຄົນໃນໄລຍະດຽວກັນຂອງປີຜ່ານມາ​ ແລະ ຜູ້ໂດຍສານພາຍໃນຫຼຸດລົງ 21% ເຫຼືອພຽງ 31.600 ຄົນ ຈາກ 41.000 ຄົນໃນປີຜ່ານມາສາຍເຫດການຫຼຸດລົງຍ້ອນການແຜ່ລະບາດຂອງພະຍາດ ໂຄວິດ-19 ຢູ່ປະເທດຕ່າງໆ.

ທ່ານ ໜູແດງ ຈັນທະຜາສຸກ ຫົວໜ້າພະແນກການຄ້າ ການຕະຫຼາດ ຂອງລັດວິສາຫະກິດການບິນລາວ ກ່າວວ່າ: ການຮຽກຮ້ອງດັ່ງກ່າວແມ່ນຂື້ນກັບຄວາມສະໝັກໃຈຂອງພະນັກງານເອງວ່າຈະພັກດົນປານໃດ ພະນັກງານທຸກຄົນຕ່າງກໍ່ໃຫ້ຄວາມຮ່ວມມືເພາະເຂົາເຈົ້າເຂົ້າໃຈສະພາບການທີ່ເກີດຂຶ້ນໃນປະຈຸບັນ.

ເຖິງຢ່າງໃດກໍ່ດີ,​ ທ່ານ ໜູແດງ ໄດ້ຢືນຢັນວ່າ ນະໂຍບາຍດັ່ງກ່າວຈະບໍ່ກະທົບຕໍ່ວຽກງານ ແລະ ການບໍລິການຂອງສາຍການບິນ ເພາະ ພະນັກງານແຕ່ລະຄົນແມ່ນຕ້ອງສະສາງໜ້າວຽກຂອງຕົນເອງໃຫ້ແລ້ວກ່ອນ ແລະ ພະນັກງານແມ່ນຈະພັກບໍ່ພ້ອມກັນ.

ການບິນລາວມີຖ້ຽວບິນໄປ 7 ປະເທດ ລວມມີ: ສິງກະໂປ,​ ມາເລເຊຍ,​ ຈີນ,​ ກຳປູເຈຍ,​ ຫວຽດນາມ,​ ໄທ,​ ແລະ ສ.ເກົາຫຼີ.

ປະຈຸບັນການບິນລາວໂຈະທຸກໆຖ້ຽວບິນທີ່ ບິນໄປ ສ.ເກົາຫຼີ ໄວ້ຊົ່ວຄາວ ແລະ ໂຈະຖ້ຽວບິນໄປບາງເສັ້ນທາງທີ່ບິນໄປ ສປ ຈີນ ຈາກທັງໝົດ 9 ເສັ້ນທາງ ເຫຼືອພຽງ 3 ເສັ້ນທາງ.

ຂ່າວ: ສຸກສະໄໝ

ພາບ ປະກອບ

Related Articles

Leave a Reply