ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ໄດ້ເລີ່ມໂຄງການທົດລອງສະໜັບສະໜູນຊາວກະສິກອນຢູ່ແຂວງພາກເໜືອໃຫ້ຜະລິດນົມງົວ-ຄວາຍ.
ໂຄງການດັ່ງກ່າວມີເປົ້າໝາຍປັບປຸງໂພຊະນາການສໍາລັບເດັກນ້ອຍຢູ່ພາກເໜືອ, ເຊິ່ງໄດ້ຮັບການສະໜັບສະໜູນເງິນກູ້ 22,5 ລ້ານໂດລາສະຫະລັດຈາກທະນາຄານໂລກ.
ໂຄງການນີ້ຈະດໍາເນີນແຕ່ປີ 2020-2024 ເພື່ອສົ່ງເສີມໃຫ້ເດັກນ້ອຍທີ່ມີອາຍຸ 12 ເດືອນຂຶ້ນໄປໄດ້ຮັບທາດໂປຣຕີນຈາກນົມຢ່າງພຽງພໍເພື່ອພັດທະນາສຸຂະພາບໃຫ້ແຂງແຮງ.
ອີງຕາມຂໍ້ມູນຈາກ ທລຍ, ອັດຕາການຂາດສານອາຫານຍັງສືບຕໍ່ສູງຄື: ປະຊາກອນລາວປະມານ 19% ແມ່ນຂາດສານອາຫານ ແລະ 33% ຂອງເດັກນ້ອຍອາຍຸ ຕ່ຳກວ່າ 5 ປີແມ່ນຂາດສານອາຫານ.
ໂຄງການດັ່ງກ່າວຈະຖືກປະຕິບັດຢູ່ໃນ 12 ເມືອງເປົ້າໝາຍຄືຢູ່ ແຂວງຜົ້ງສາລີ, ຊຽງຂວາງ, ຫົວພັນ ແລະ ອຸດົມໄຊ.
ກອງທຶນຫຼຸດຜ່ອນຄວາມທຸກຍາກ, ສ້າງຕັ້ງຂຶ້ນໃນປີ 2002, ໄດ້ກາຍເປັນສ່ວນໜຶ່ງຂອງວາລະກອງປະຊຸມດ້ານໂພສະນາການຂອງລັດຖະບານລາວ.
ປະຊາຊົນຈຳນວນ 1,2 ລ້ານ ຄົນໃນທົ່ວປະເທດໄດ້ຮັບຜົນປະໂຫຍດໂດຍກົງຈາກກອງທຶນດັ່ງກ່າວໃນໄລຍະ 18 ປີທີ່ຜ່ານມາ.
ຂ່າວ: ວຽງຈັນທາຍ
ພາບ ປະກອບ


