Vientiane Times Lao
ລົດເມໂດຍສານຫວຽດນາມປີ້ນ ຢູ່ ສປປ ລາວ ເສຍຊີວິດຄາທີ່ 2 ຄົນ

ລົດເມໂດຍສານຫວຽດນາມປີ້ນ ຢູ່ ສປປ ລາວ ເສຍຊີວິດຄາທີ່ 2 ຄົນ

ເກີດເຫດລົດເມໂດຍສານ ຈາກປະເທດຫວຽດນາມ ປີ້ນລົງຂ້າງທາງບໍລິເວນເສັ້ນທາງຫຼວງໃນເຂດເມືອງນາກາຍ ແຂວງຄໍາມ່ວນ ມີຜູ້ເສຍຊີວິດ 2 ຄົນ ໃນມື້ວານນີ້ ວັນທີ 9 ເດືອນ ມີນາ.

່ານ ພັນໂທ ສຸລິພົນ ສົມບັດຖາວອນ, ຫົວໜ້າຫ້ອງການຕຳຫຼດ ປກສ  ແຂວງ ຄໍາມ່ວນ ລາຍງານໃຫ້ຮູ້ ວ່າ: ເວລາ 15:45 ນາທີ ຂອງວັນທີ 9 ມີນາ 2020, ມີລົດເມໂດຍສານມາແຕ່ຫວຽດນາມປີ້ນໃນເຂດເມືອງນາກາຍ ຫາ ເມືອງຍົມມະລາດ ແຂວງຄໍາມ່ວນ, ເຊິ່ງມີຜູ້ໂດຍສານ ພ້ອມດ້ວຍຄົນຂັບລົດ ລວມມີ 22 ຄົນ ເປັນຄົນສັນຊາດຫວຽດນາມທັງໝົດ. ເຫດການດັ່ງກ່າວ ມີຜູ້ເສຍຊີວິດ 2 ຄົນ, ບາດເຈັບໜັກ 1 ຄົນ ແລະ ບາດເຈັບທຳມະດາ 19 ຄົນ. ເຈົ້າໜ້າທີ່ລາວກຳລັງສືບສວນລາຍລະອຽດຂອງອຸປະຕິເຫດໃນຄັ້ງນີ້.

ສະພາບອຸປະຕິເຫດໃນ ສປປ ລາວ ໃນເດືອນກຸມພາ ຜ່ານມານີ້ທົ່ວປະເທດ ມີອຸບັດເຫດທາງຖະໜົນເກີດຂຶ້ນທັງໝົດ 576 ຄັ້ງ ມີຜູ້ເສຍຊີວິດຈຳນວນ 95 ຄົນ ທຽບໃສ່ເດືອນມັງກອນ ມີຜູ້ເສຍຊີວິດເກີດອຸບັດເຫດຫຼຸດລົງ 27 ຄົນ, ມູນຄ່າຄວາມເສຍຫາຍປະມານ 7,523 ຕື້ກ່ວາກີບ. ອຸບັດເຫດສ່ວນໃຫຍ່ເກີດຂຶ້ນຢູ່ໃນກຸ່ມອາຊີບກຳມະກອນ ແລະ ເກີດຫຼາຍກວ່າໝູ່ ແມ່ນຢູ່ນະຄອນຫຼວງວຽງຈັນ ເສຍຊີວິດຈຳນວນ 26 ຄົນ.

ຂ່າວ: ວຽງຈັນທາຍ

ພາບ: ມູນນິທິຊ່ວຍເຫຼືອຜູ້ປະສົບໄພ ແຂວງຄຳມ່ວນ

Related Articles

Leave a Reply