10 ຄົນເບື່ອເຫັດປ່າໃນວັນທີ 21 ພຶດສະພາ 2026 ທີ່ຜ່ານມານີ້ ຮອດປັດຈຸບັນມີຄວາມປອດໄພໝົດທຸກຄົນ ແຕ່ຍັງນອນປິ່ນປົວຢູ່ໂຮງໝໍເມືອງຢູ່ ຊຶ່ງ10 ຄົນດັ່ງກ່າວເປັນປະຊາຊົນບ້ານພູລຸ້ງ 4 ຄົນ, ບ້ານກອນຄຳ 2 ຄົນ, ບ້ານຫ້ວຍລາ 1 ຄົນ, ບ້ານແບງຄຳ 1 ຄົນ, ບ້ານຕົງຖູນ 1 ຄົນ ແລະ ບ້ານຈັນໃໝ່ 1 ຄົນ ຢູ່ເມືອງແບງ ແຂວງອຸດົມໄຊ.
ມື້ເກີດເຫດຄົນເຈັບມີອາການຕໍ່ລະບົບລະລາຍ, ຮາກ, ຖອກທ້ອງ, ແພດໝໍຫ້ອງການສາທາລະນະສຸກເມືອງແບງ
ໄດ້ໃຫ້ການປະຖົມພະຍາບານ ແກ້ໄຂສຸກເສີນ ເພື່ອນໍາສົ່ງໄປໂຮງໝໍເມືອງແບງ; ໃນຊ່ວງລໍຖ້າການຮັບ-ສົ່ງໄປໂຮງໝໍເມືອງນັ້ນ, ໃຊ້ເວລາຍາວນານ ເນື່ອງຈາກວ່າເສັ້ນທາງດັ່ງກ່າວມີໄລຍະ 28 ກິໂລແມັດ ເປັນທາງທີ່ຫຍຸ້ງຍາກກັນດານ ແລະ ທັງເປັນເຂດພູດອຍ ບວກກັບມີຝົນຕົກ, ດັ່ງນັ້ນ, ປະຊາຊົນທີ່ເຄີຍປະຕິບັດແກ້ໄຂ ປະຖົມພະຍາບານຕາມພູມປັນຍາຊາວບ້ານ ທີເຄີຍໃຊ້ໄດ້ຜົນມາກ່ອນ ຈຶ່ງໄດ້ໃຫ້ພວກກ່ຽວນອນຢູ່ໃນຂຸມດິນ ເພື່ອບັນເທົາອາການເບື່ອເມົາເຫັດປ່າດັ່ງກ່າວ (ຕາມຄວາມເຊື່ອຂອງຊາວບ້ານ).
ມາຮອດເວລາ 13 ໂມງ 30 ນາທີ ຄົນເຈັບທັງໝົດແມ່ນຖືກນໍາສົ່ງຮອດໂຮງໝໍເມືອງແບງ ແລະ ໄດ້ຮັບການປີ່ນປົວ ຕາມຫຼັກວິຊາການຂອງແພດໝໍຢ່າງໃກ້ຊິດ.
ແຫຼ່ງທີ່ມາ: ຂ່າວເມືອງແບງ

