ອັດຕະປື​ ອະນຸຍາດໃຫ້ ເອ​ກະຊົນ​ສຳປະທານເນື້ອທີ່ດິນ 528,02 ເຮັກຕາ ປູກຖົ່ວລຽນ ຢູ່ເມືອງສະໜາມໄຊ

ອັດຕະປື​ ອະນຸຍາດໃຫ້ ເອ​ກະຊົນ​ສຳປະທານເນື້ອທີ່ດິນ 528,02 ເຮັກຕາ ປູກຖົ່ວລຽນ ຢູ່ເມືອງສະໜາມໄຊ

ຄະນະກຳມະການສົ່ງ​ເສີມ ແລະ ຄຸ້ມ​ຄອງການລົງທຶນແຂວງອັດຕະປື ອະນຸຍາດໃຫ້ 6​ ບໍລິສັດເອກະ​ຊົນ: ບໍລິສັດ ແສງຄໍາ ພັດທະນາຄົບວົງຈອນ ຈຳ​ກັດຜູ້ດຽວ​, ບໍລິສັດ ເມກມູນຄໍາ ຂາເຂົ້າ-ຂາ​ອອກ ແລະ ກະສິກຳຄົບວົງຈອນ ຈຳກັດຜູ້ດຽວ, ບໍ​ລິ​ສັດ ວັນຊະນະ ກະ​ສິກຳ ແລະ ກໍ່ສ້າງ ຄົບວົງ​ຈອນ ຈຳກັດຜູ້ດຽວ, ບໍ​ລິສັດ ວຽງສະໄໝພັດທະ​ນາກະສິກຳ ແລະ ກໍ່ສ້າງຄົບວົງຈອນ ຈຳ​ກັດຜູ້ດຽວ, ບໍລິສັດ ແສງອາລຸນ ຂາເຂົ້າ-ຂາອອກ ກະ​ສິກຳ ແລະ ບໍ່ແຮ່ ຈຳກັດຜູ້ດຽວ ແລະ ບໍລິສັດ ແສງໄຊ ຂາເຂົ້າ-ຂາ​ອອກ ແລະ ກະສິກຳ ຄົບວົງຈອນ ຈຳກັດຜູ້ດຽວ ສຳປະທານໂຄງການຟື້ນຟູປ່າ ດ້ວຍການປູກໄມ້ໃຫ້ໝາກ (ຖົ່ວລຽນ)  ເປັນສິນຄ້າ ໃນເນື້ອທີ່ດິນ 528,02 ເຮັກຕາ ຢູ່ເຂດບ້ານແບ່ງວີໄລ ແລະ ບ້ານພອນມະ​ນີ ເມືອງສະໜາມໄຊ ແຂວງອັດຕະປື.

ຈຸດປະສົງໂຄງການດັ່ງກ່າວ ເພື່ອຟື້ນຟູເນື້ອທີ່ປ່າເສື່ອມໂຊມ​ ໃຫ້ມີຄວາມຂຽວງາມຄືນໃໝ່, ໂດຍຫັນມາປູກໄມ້ໃຫ້ໝາກທີ່ມີມູນຄ່າທາງເສດຖະກິດສູງ ເປັນຕົ້ນ ຖົ່ວລຽນ ເພື່ອສ້າງເປັນສິນຄ້າສົ່ງ​ອອກ, ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນໃນທ້ອງ​ຖິ່ນ, ຊຸກຍູ້ການເຕີບໂຕທາງດ້ານເສດຖະກິດຂອງເມືອງສະໜາມໄຊ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ- ສັງຄົມ ຂອງແຂວງອັດຕະປື ໃຫ້ມີຄວາມເຂັ້ມແຂງຂຶ້ນກວ່າເກົ່າ ຕາມທິດທາງການພັດທະນາກະສິກຳເປັນສິນ​ຄ້າທີ່ທັນສະໄໝ ແລະ ຍືນຍົງ.

ພິທີເຊັນສັນຍາສຳປະທານໂຄງການ ດັ່ງກ່າວນີ້ ໄດ້ຈັດຂຶ້ນໃນວັນທີ 15 ພຶດສະພາ 2026 ຜ່ານມານີ້ ທີ່ແຂວງອັດ​ຕະ​ປື ໂດຍການລົງນາມຮ່ວມມືກັນ ລະ​ຫວ່າງ ຫ້ອງການຄະ​ນະສົ່ງເສີມການລົງທຶນແຂວງ (ຕາງໜ້າໃຫ້ພາກລັດ) ແລະ 6 ບໍລິສັດເອກະຊົນ, ໂດຍມີທ່ານ ສຸລິວົງ​ ອະໄພວົງ ຮອງປະ​ທານຄະນະກໍາ​ມະ​ການປົກຄອງແຂວງອັດຕະປື ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການດຳເນີນໂຄງການນີ້ ມີອາຍຸສໍາປະທານ 30​ ປີ​ ໂດຍຈະນໍາໃຊ້ເນື້ອທີ່ດິນທັງ​ໝົດ 528,02 ເຮັກຕາ ສໍາປະທານໃນເຂດ 2 ບ້ານເປົ້າໝາຍ, ໃນນັ້ນ ​ເຂດ​ບ້ານພອນມະນີ ມີເນື້ອທີ່ 343,​23 ເຮັກຕາ ຈະມີ​ 4 ບໍລິສັດສຳປະທານ​ ຄື: ບໍລິສັດ ແສງຄໍາ ພັດທະນາຄົບວົງຈອນ ຈຳ​ກັດຜູ້ດຽວ​ ໄດ້ຮັບສໍາປະທານໃນເນື້ອທີ່ 85,63 ເຮັກ​ຕາ, ບໍລິສັດ ເມກມູນຄໍາ ຂາເຂົ້າ-ຂາ​ອອກ ແລະ ກະສິກຳຄົບວົງຈອນ ຈຳກັດຜູ້ດຽວ ໄດ້ຮັບ​ສໍາ​ປະທານ​ ໃນເນື້ອທີ່ 84,12 ເຮັກຕາ, ບໍ​ລິ​ສັດ ວັນຊະນະ ກະ​ສິກຳ ແລະ ກໍ່ສ້າງ ຄົບວົງ​ຈອນ ຈຳກັດຜູ້ດຽວ ໄດ້ຮັບສໍາປະ​ທານໃນເນື້ອທີ່ 78,14 ເຮັກຕາ, ບໍ​ລິສັດ ວຽງສະໄໝພັດທະ​ນາກະສິກຳ ແລະ ກໍ່ສ້າງຄົບວົງຈອນ ຈຳ​ກັດຜູ້ດຽວ ໄດ້ຮັບສໍາປະທານໃນເນື້ອທີ່ 95,34 ເຮັກ​ຕາ.

ສ່ວນເຂດ ​ບ້ານແບ່ງວິໄລ ມີໃນເນື້ອທີ່ 184,79 ເຮັກຕາ​ ມີ 2 ບໍລິສັດ​ ຄື: ບໍລິສັດ ແສງອາລຸນ ຂາເຂົ້າ-ຂາອອກ ກະ​ສິກຳ ແລະ ບໍ່ແຮ່ ຈຳກັດຜູ້ດຽວ ໄດ້ຮັບສໍາປະທານໃນເນື້ອທີ່ 87,69 ເຮັກຕາ, ບໍລິສັດ ແສງໄຊ ຂາເຂົ້າ-ຂາ​ອອກ ແລະ ກະສິກຳ ຄົບວົງຈອນ ຈຳກັດຜູ້ດຽວ ໄດ້ຮັບສໍາປະທານໃນເນື້ອທີ່ 97,1 ເຮັກ​ຕາ.​

ແຫຼ່ງຂ່າວ: ແຂວງອັດຕະປື

Related Articles

Leave a Reply